ແຂວງເຊກອງ ເອົາໃຈໃສ່ກວດກາສິນຄ້າ ຮັບປະກັນໃຫ້ຖືກຕ້ອງ ແລະພຽງພໍໄລຍະສະຫລອງປີໃໝ່ລາວ
April 7, 2025 - 1:58 PM

ວັນທີ 7 ເມສາ 2025 ນີ້ ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ, ເຈົ້າໜ້າທີ່ກວດກາ ການຄ້າໄດ້ລົງເຄື່ອນໄຫວຕິດຕາມ ກວດກາສິນຄ້າໝົດອາຍຸ ແລະ ສິນຄ້າເສື່ອມຄຸນນະພາບ ທີ່ບໍ່ໄດ້ມາດຕະຖານ ຢູ່ຕະຫລາດສົດເມືອງລະມາມ ແຂວງເຊກອງ.

ການຕິດຕາມກວດກາຄັ້ງນີ້, ເພື່ອຊີ້ນໍາບໍ່ໃຫ້ຮ້ານຄ້າຕ່າງໆຕິດລາຄາ ຫລື ຂາຍລາຄາສິນຄ້າເປັນເງິນຕາຕ່າງປະເທດ, ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ແລະ ເປັນການກວດກາກຽມຄວາມພ້ອມ ຮັບປະກັນສິນຄ້າສະບຽງອາຫານ ປະເພດເຂົ້າກິນ, ຊີ້ນໝູ, ໄກ່ພັນ, ປານິນ, ໄຂ່ໄກ່ ລວມທັງສິນຄ້າອຸປະໂພກ-ບໍລິໂພກອື່ນໆ ໃຫ້ສາມາດຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມໃນໄລຍະເທສະການບຸນປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້.
ທີ່ມາ: ຂ່າວ ແຂວງເຊກອງ