3 ເດືອນຕົ້ນປີ 2025 ແຂວງວຽງຈັນ ມີນັກທ່ອງທ່ຽວເຂົ້າທ່ຽວຊົມ 9 ແສນກວ່າຄົນ ສ້າງລາຍຮັບ 754 ຕື້ກວ່າກີບ.

- 3 Hot Air Balloon at Vang Vieng - 3 ເດືອນຕົ້ນປີ 2025 ແຂວງວຽງຈັນ ມີນັກທ່ອງທ່ຽວເຂົ້າທ່ຽວຊົມ 9 ແສນກວ່າຄົນ ສ້າງລາຍຮັບ 754 ຕື້ກວ່າກີບ.
- kitchen vibe - 3 ເດືອນຕົ້ນປີ 2025 ແຂວງວຽງຈັນ ມີນັກທ່ອງທ່ຽວເຂົ້າທ່ຽວຊົມ 9 ແສນກວ່າຄົນ ສ້າງລາຍຮັບ 754 ຕື້ກວ່າກີບ.

ທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ, ຜູ້ຊີ້ນຳວຽກງານທ່ອງທ່ຽວແຂວງວຽງຈັນ ໄດ້ໃຫ້ສຳພາດວ່າ: ປັດຈຸບັນ ທົ່ວແຂວງວຽງຈັນ ມີຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໄດ້ຮັບການອອກອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ ຈໍານວນ 1,053 ຫົວໜ່ວຍ. ປະກອບມີ: ໂຮງແຮມ 61 ແຫ່ງ ລວມມີ 2,129 ຫ້ອງ, ຣີສອດ 37 ແຫ່ງ ລວມມີ 1,206 ຫ້ອງ, ເຮືອນພັກ 327 ແຫ່ງ ລວມມີ 4,838 ຫ້ອງ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ 369 ຮ້ານ, ບໍລິສັດທ່ອງທ່ຽວ 39 ບໍລິສັດ ແລະ 3 ສາຂາ, ໜ່ວຍບໍລິການທ່ອງທ່ຽວ 71 ໜ່ວຍ, ແຫລ່ງທ່ອງທ່ຽວ 238 ແຫ່ງ, ເປີດບໍລິການແລ້ວ 62 ແຫ່ງ. ປີ 2025 ແຂວງວຽງຈັນ ໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງ ບໍ່ໃຫ້ຫລຸດ 2 ລ້ານກວ່າຄົນ ແລະ ຄາດວ່າຈະສ້າງລາຍຮັບທົ່ວສັງຄົມບໍ່ຫລຸດ 1,820 ຕື້ກວ່າກີບ.

- 489022301 1232531911893596 8296694553799145208 n 1024x682 - 3 ເດືອນຕົ້ນປີ 2025 ແຂວງວຽງຈັນ ມີນັກທ່ອງທ່ຽວເຂົ້າທ່ຽວຊົມ 9 ແສນກວ່າຄົນ ສ້າງລາຍຮັບ 754 ຕື້ກວ່າກີບ.

ນັບແຕ່ເດືອນ ມັງກອນ-ມີນາ 2025 ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ 902,057 ເທື່ອຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 416,232 ເທື່ອຄົນ, ນັກທ່ອງທ່ຽວຕ່າງປະເທດ 485,825 ເທື່ອຄົນ, ຈຸດທ່ອງທ່ຽວທີ່ເດັ່ນປະກອບມີອ່າງນ້ຳງື່ມ1 ເມືອງແກ້ວອຸດົມ, ວັງວຽງ ແລະ ເມືອງເຟືອງສາມາດສ້າງລາຍຮັບທົວສັງຄົມໄດ້ສະເລ່ຍ 754 ຕື້ກວ່າກີບ.

ສຳລັບປີ 2024 ທີ່ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ ທັງໝົດ 1,900,119 ເທື່ອຄົນ ຍິງ 865,533 ຄົນ.ໃນນັ້ນ, ນັກທ່ອງທ່ຽວພາຍໃນ 1,259,780 ເທື່ອຄົນ ສາມາດສ້າງລາຍຮັບທົ່ວສັງຄົມໄດ້ 1,372 ຕື້ກວ່າກີບ.

ທີ່ມາ: ໜັງສືພິມ ແຂວງວຽງຈັນ

- 3 - 3 ເດືອນຕົ້ນປີ 2025 ແຂວງວຽງຈັນ ມີນັກທ່ອງທ່ຽວເຂົ້າທ່ຽວຊົມ 9 ແສນກວ່າຄົນ ສ້າງລາຍຮັບ 754 ຕື້ກວ່າກີບ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!