ມາເລເຊຍເຈລະຈາກັບຜູ້ນໍາ 4 ປະເທດໃນອາຊຽນ ກໍານົດແນວທາງຕອບສະໜອງພາສີທ່ານ ທຣໍາ ຮ່ວມກັນ

- 333 1 - ມາເລເຊຍເຈລະຈາກັບຜູ້ນໍາ 4 ປະເທດໃນອາຊຽນ ກໍານົດແນວທາງຕອບສະໜອງພາສີທ່ານ ທຣໍາ ຮ່ວມກັນ
- kitchen vibe - ມາເລເຊຍເຈລະຈາກັບຜູ້ນໍາ 4 ປະເທດໃນອາຊຽນ ກໍານົດແນວທາງຕອບສະໜອງພາສີທ່ານ ທຣໍາ ຮ່ວມກັນ

        ນາຍົກລັດຖະມົນຕີມາເລເຊຍຫາລືກັບຜູ້ນໍາຂອງຟີລິບປິນ, ສິງກະໂປ, ບຣູໄນ ແລະ ອິນໂດເນເຊຍ ເພື່ອຮ່ວມກັນແກ້ໄຂສະຖານະການ ພາຍຫລັງອາເມລິກາຕັ້ງກໍາແພງພາສີສູງຂຶ້ນ.

        ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ຜູ້ນໍາມາເລເຊຍ ກ່າວວ່າ: ໄດ້ສົນທະນາທາງໂທລະສັບກັບຜູ້ນໍາໃນອາຊີຕາເວັນອອກສຽງໃຕ້ອີກ 4 ປະເທດຄື: ຟີລິບປິນ, ສິງກະໂປ, ບຣູໄນ ແລະ ອິນໂດເນເຊຍ ເພື່ອແລກປ່ຽນຄວາມຄິດເຫັນຮ່ວມກັນ ກ່ຽວກັບກໍລະນີອາເມລິກາໃຊ້ມາດຕະການພາສີຕອບໂຕ້ກັບຄູ່ຄ້າທຸກແຫ່ງທົ່ວໂລກ ແລະ ເພື່ອຈັດຕັ້ງກົນໄກການຕອບສະໜອງຮ່ວມກັນ ໃນນາມສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ).

- Visit Laos Visit SALANA BOUTIQUE HOTEL - ມາເລເຊຍເຈລະຈາກັບຜູ້ນໍາ 4 ປະເທດໃນອາຊຽນ ກໍານົດແນວທາງຕອບສະໜອງພາສີທ່ານ ທຣໍາ ຮ່ວມກັນ

         ຜູ້ນໍາມາເລເຊຍໃນຖານະປະທານອາຊຽນ ກ່າວວ່າ: ຈະມີການຫາລືເລື່ອງນີ້ຮ່ວມກັນຢ່າງຈິງຈັງໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນທີ່ຈະເກີດຂຶ້ນອາທິດໜ້າ ເພື່ອຫາທາງອອກເໝາະສົມທີ່ສຸດໃຫ້ສະມາຊິກອາຊຽນທຸກປະເທດ.

        ໃນສ່ວນຂອງອາຊຽນ, ກໍາປູເຈຍຜະເຊີນອັດຕາພາສີຕອບໂຕ້ ຫລື ອັດຕາພາສີຕ່າງຕອບແທນ 49%, ລາວ 48%, ຫວຽດນາມ 46%, ມຽນມາ 44% ເຖິງວ່າຢູ່ທ່າມກາງວິກິດຈາກແຜ່ນດິນໄຫວຄັ້ງຮຸນແຮງ, ໄທ 36%, ອິນໂດເນເຊຍ 32%, ບຣູໄນ 24%, ມາເລເຊຍ 24%, ຟີລິບປິນ 17%, ສິງກະໂປ 10% ແລະ ຕິມໍ-ເລສເຕ ເຊິ່ງຕອນນີ້ເປັນຜູ້ສັງເກດການອາຊຽນ 10%.

- 5 - ມາເລເຊຍເຈລະຈາກັບຜູ້ນໍາ 4 ປະເທດໃນອາຊຽນ ກໍານົດແນວທາງຕອບສະໜອງພາສີທ່ານ ທຣໍາ ຮ່ວມກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!