ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ

- 489392025 1232076181939169 7168136244874519192 n - ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ
- kitchen vibe - ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຕອນບ່າຍຂອງວັນທີ 5 ເມສາ ທີ່ ຫໍປະຊຸມແຫ່ງຊາດ, ໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ ສີພັນດອນ ສະແດງຄວາມຮູ້ສຶກຊາບຊຶ້ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເດີນທາງມາຮ່ວມພິທີວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ໄປຍັງ ການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ໄດ້ສົ່ງສານເສົ້າສະຫຼົດໃຈ ເຖິງຄູ່ຮ່ວມຕໍາແໜ່ງຝ່າຍ ສປປ ລາວ ຊຶ່ງເປັນການແບ່ງເບົາຄວາມໂສກເສົ້າເສຍໃຈ ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ຄອບຄົວ ສີພັນດອນ, ສິ່ງດັ່ງກ່າວນັ້ນເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ຂອງສອງປະເທດ ລາວ ແລະ ກໍາປູເຈຍ.

ໃນໂອກາດດຽວກັນນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ບັນດາເຜົ່າ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນໜຶ່ງໃນບັນດາການນໍາຮຸ່ນທຳອິດ ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງຕະຫຼອດໄລຍະການດໍາລົງຊີວິດຂອງເພິ່ນ ແມ່ນຕິດພັນກັບການປະຕິວັດຊາດຂອງສາມຊາດອິນດູຈີນ ທັງເປັນສະມາຊິກພັກກອມມູນິດອິນດູຈີນ ແຕ່ປີ 1954 ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງລາວ ຊຶ່ງຍາມໃດເພິ່ນກໍຖືສຳຄັນ ແລະ ມີຄວາມເອົາໃຈໃສ່ໃນການເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ການຈາກໄປໂດຍບໍ່ມີວັນຈະກັບຄືນມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍອັນໃຫຍ່ຫຼວງທີ່ສຸດສໍາລັບ ພັກ, ລັດ ແລະ ປະຊາຊົນລາວ. ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ກັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາພັດທະນາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ພ້ອມກັນນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ຕາງກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ລັດຖະບານ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທັງໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ. ສອງຝ່າຍ ຕີລາຄາສູງ ຕໍ່ໝາກຜົນການພົວພັນຮ່ວມມືຂອງສອງປະເທດ, ພ້ອມທັງສະແດງຄວາມຢືນຢັນຄືນທີ່ຈະຮ່ວມກັນສືບທອດພາລະກິດ ແລະ ອຸດົມການ ເພື່ອສືບຕໍ່ປົກປັກຮັກສາ, ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ ໃຫ້ນັບມື້ພັດທະນາກ້າວເຂົ້າສູ່ລວງເລິກ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

- 4 - ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!