ອາເມລິກາ ເລີ່ມຕົ້ນເກັບພາສີນໍາເຂົ້າສິນຄ້າທົ່ວໂລກ 10% ທໍາລາຍມາດຕະຖານການຄ້າໂລກ


ອາເມລິກາ ເລີ່ມຕົ້ນບັງຄັບໃຊ້ພາສີອາກອນພື້ນຖານ 10% ສໍາລັບສິນຄ້ານໍາເຂົ້າຈາກທົ່ວໂລກ ນັບແຕ່ເວລາ 00:01 ໂມງ ຂອງວັນທີ 5 ເມສາ ຕາມເວລາທ້ອງຖິ່ນ ໂດຍເປັນສ່ວນໜຶ່ງຂອງນະໂຍບາຍພາສີອາກອນຕອບໂຕ້ຂອງປະທານາທິບໍດີ ໂດນັລ ທຣໍາ ທີ່ປະກາດໃນອາທິດຜ່ານມາ ແລະ ຖືເປັນການທໍາລາຍມາດຕະຖານການຄ້າໂລກ ລວມທັງລະບົບອັດຕາພາສີອາກອນທີ່ທົ່ວໂລກຕົກລົງຮ່ວມກັນຫລັງສົງຄາມໂລກຄັ້ງທີ 2.
ປະເທດທີ່ໄດ້ຮັບຜົນກະທົບເປັນອັນດັບທໍາອິດຈາກການກໍານົດພາສີນໍາເຂົ້າ 10% ຂອງອາເມລິກາ ໄດ້ແກ່ ອົດສະຕຣາລີ, ອັງກິດ, ເບຣຊິນ, ໂກລົມບີ, ອາກຊັງຕິນ ແລະ ຊາອຸດິອາຣະບີ ເຊິ່ງເປັນປະເທດທີ່ຂາດດຸນການຄ້າກັບອາເມລິກາໃນປີ 2024.
ເຖິງຢ່າງໃດກໍຕາມ, ເອກະສານຂອງກົມພາສີອາກອນ ແລະ ປ້ອງກັນຊາຍແດນອາເມລິກາ ລະບຸໄລຍະເວລາຜ່ອນຜັນ 15 ວັນສໍາລັບສິນຄ້າທີ່ບັນທຸກໃສ່ເຮືອແລ້ວ ຫລື ຢູ່ລະຫວ່າງການຂົນສົ່ງໄປອາເມລິກາ ກ່ອນເວລາ 00:01 ໂມງ ຂອງວັນທີ 5 ເມສາ, ແຕ່ສິນຄ້າເຫລົ່ານີ້ຈະຕ້ອງໄປຮອດອາເມລິກາພາຍໃນວັນທີ 27 ພຶດສະພາ.
ສໍາລັບພາສີອາກອນຕອບໂຕ້ທີ່ມີອັດຕານັບແຕ່ 11-50% ຈະມີຜົນບັງຄັບໃຊ້ນັບແຕ່ເວລາ 00:01 ໂມງ ຂອງວັນທີ 9 ເມສາ ຕາມເວລາທ້ອງຖິ່ນ ເຊິ່ງຄວບຄຸມ 60 ປະເທດ ລວມທັງຈີນ, ລາວ, ກໍາປູເຈຍ, ຫວຽດນາມ ແລະ ປະເທດໃນສະຫະພາບເອີຣົບ.
ໂດຍຈີນຜະເຊີນພາສີຕອບໂຕ້ 34% ເພີ່ມຂຶ້ນຈາກ 20% ທີ່ທ່ານ ທຣໍາ ປະກາດໄປກ່ອນໜ້ານີ້. ໝາຍຄວາມວ່າສິນຄ້ານໍາເຂົ້າຈາກຈີນຈະຖືກພາສີ 54%.
ອ້າງອີງ: