ໄຊຍະບູລີ ລົງວິໄນສະມາຊິກພັກ 33 ສະຫາຍ ແລະ ດຳເນີນຄະດີອະດີດພະນັກງານທະນາຄານບ້ານສໍ້ລາດບັງຫລວງ 1.7 ຕື້ກວ່າກີບ

- 487548119 972288721724535 6773942086946151839 n 1 - ໄຊຍະບູລີ ລົງວິໄນສະມາຊິກພັກ 33 ສະຫາຍ ແລະ ດຳເນີນຄະດີອະດີດພະນັກງານທະນາຄານບ້ານສໍ້ລາດບັງຫລວງ 1.7 ຕື້ກວ່າກີບ
- kitchen vibe - ໄຊຍະບູລີ ລົງວິໄນສະມາຊິກພັກ 33 ສະຫາຍ ແລະ ດຳເນີນຄະດີອະດີດພະນັກງານທະນາຄານບ້ານສໍ້ລາດບັງຫລວງ 1.7 ຕື້ກວ່າກີບ

ທ່ານ ສົມຫວັງ ແກ້ງວິໄລສັກ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນແຂວງ ລາຍງານຕໍ່ກອງປະຊຸມສະຫລຸບວຽກງານກວດກາທົ່ວແຂວງໄຊຍະບູລີປະຈຳປີ 2024 ແລະ ທິດທາງແຜນການປີ 2025  ວັນທີ 25 ມີນາ 2025 ວ່າ: ແຂວງໄຊຍະບູລີ ມີຮາກຖານພັກທັງໝົດ 1,367 ຮາກຖານພັກ  ທຽບໃສ່ປີ 2023 ຫລຸດລົງ 22 ຮາກຖານ, ສະມາຊິກພັກທັງໝົດ 20,910 ສະຫາຍ, ຍິງ 6,023 ສະຫາຍ; ສຳຮອງ 858 ສະຫາຍ, ມີສະມາຊິກພັກຖືກວິໄນ 33 ສະຫາຍ, ຍິງ 10 ສະຫາຍ; ແກ້ໄຂ້ຂັ້ນຕິຕຽນຄວາມຜິດ 3 ສະຫາຍ, ໂຈະການຮ່ວມຊີວິດພັກຊົ່ວຄາວ 4 ສະຫາຍ ແລະ ເອົາອອກຈາກສະມາຊິກພັກ 26 ສະຫາຍ.

ການກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບລົງມາ ທັງໝົດ 233 ໂຄງການ ມູນຄ່າ 687 ຕື້ກວ່າກີບ; ກວດກາສໍາເລັດ 165 ໂຄງການ ມູນຄ່າ 495 ຕື້ກວ່າກີບ; ຕິດຕາມ-ກວດກາການເກັບລາຍຮັບໄດ້ທັງໝົດ 2.4 ຕື້ກວ່າກີບ; ສະເໜີຫັກລົບມູນຄ່າບໍ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍການລົງທຶນຂອງລັດ ມູນຄ່າ 10 ຕື້ກີບລົງມາ 6 ໂຄງການ.

- Visit Laos Visit SALANA BOUTIQUE HOTEL - ໄຊຍະບູລີ ລົງວິໄນສະມາຊິກພັກ 33 ສະຫາຍ ແລະ ດຳເນີນຄະດີອະດີດພະນັກງານທະນາຄານບ້ານສໍ້ລາດບັງຫລວງ 1.7 ຕື້ກວ່າກີບ

ດ້ານວຽກງານສືບສວນ-ສອບສວນການສໍໍ້ລາດບັງຫລວງ ຕິດຕາມການແກ້ໄຂກໍລະນີອະດີດພະນັກງານທະນາຄານບ້ານ ມີພຶດຕິກໍາເປັນການສໍ້ລາດບັງຫລວງ ເສຍຫາຍ 1,742,500,000 ກີບ, ເກັບກູ້ຄືນໄດ້ 1,510,000,000 ກີບ ແລະ ສືບຕໍ່ເກັບກູ້ 232 ລ້ານກວ່າກີບ ແລະ ຕິດຕາມສໍານວນຄະດີທີ່ໄດ້ສະຫລຸບສົ່ງໃຫ້ ອົງການໄອຍະການປະຊາຊົນແຂວງ 2 ເລື່ອງ, ສານປະຊາຊົນແຂວງໄດ້ຕັດສິນທັງ 2 ເລື່ອງໃຊ້ໄດ້ຢ່າງເດັດຂາດແລ້ວ ຊຶ່ງພວມຢູ່ໃນຂັ້ນຕອນຂອງຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ພະແນກຍຸຕິທໍາແຂວງ ເປັນຜູ້ຈັດຕັ້ງປະຕິບັດ.

ທີ່ມາ:​ ວາລະສານກວດກາ

- 4 - ໄຊຍະບູລີ ລົງວິໄນສະມາຊິກພັກ 33 ສະຫາຍ ແລະ ດຳເນີນຄະດີອະດີດພະນັກງານທະນາຄານບ້ານສໍ້ລາດບັງຫລວງ 1.7 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!