ນາຍົກລັດຖະມົນຕີສິງກະໂປ ເຕືອນຄົນໃນປະເທດຮັບມືຜົນກະທົບພາສີທ່ານ ທຣໍາ ຊີ້ ຍຸກໂລກາພິວັດ ແລະ ການຄ້າເສລີໃນກົດກະຕິກາສິ້ນສຸດລົງແລ້ວ

- 333 - ນາຍົກລັດຖະມົນຕີສິງກະໂປ ເຕືອນຄົນໃນປະເທດຮັບມືຜົນກະທົບພາສີທ່ານ ທຣໍາ ຊີ້ ຍຸກໂລກາພິວັດ ແລະ ການຄ້າເສລີໃນກົດກະຕິກາສິ້ນສຸດລົງແລ້ວ
- kitchen vibe - ນາຍົກລັດຖະມົນຕີສິງກະໂປ ເຕືອນຄົນໃນປະເທດຮັບມືຜົນກະທົບພາສີທ່ານ ທຣໍາ ຊີ້ ຍຸກໂລກາພິວັດ ແລະ ການຄ້າເສລີໃນກົດກະຕິກາສິ້ນສຸດລົງແລ້ວ

        ທ່ານ ລໍເຣນ ຫວ່ອງ ນາຍົກລັດຖະມົນຕີສິງກະໂປ ຖະແຫລງຕໍ່ຄົນທົ່ວປະເທດ ເຕືອນໃຫ້ຊາວສິງກະໂປກຽມພ້ອມຮັບມືຕໍ່ຜົນກະທົບທີ່ຈະຕາມມາຈາກມາດຕະການພາສີຂອງທ່ານ ທຣໍາ ເຖິງວ່າສິງກະໂປຈະຖືກເກັບພາສີອາກອນພຽງ 10% ຈາກການປະກາດຫລ້າສຸດຂອງທ່ານ ທຣໍາ ເຊິ່ງໜ້ອຍກວ່າປະເທດອື່ນໆທົ່ວໂລກກໍຕາມ.

         ຜູ້ນໍາສິງກະໂປເຕືອນວ່າ: ຍຸກຂອງໂລກາພິວັດ ແລະ ການຄ້າເສລີທີ່ເຊື່ອມໂຍງກັບກົດກະຕິກາລະຫວ່າງປະເທດໄດ້ສິ້ນສຸດລົງແລ້ວ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີສິງກະໂປ ເຕືອນຄົນໃນປະເທດຮັບມືຜົນກະທົບພາສີທ່ານ ທຣໍາ ຊີ້ ຍຸກໂລກາພິວັດ ແລະ ການຄ້າເສລີໃນກົດກະຕິກາສິ້ນສຸດລົງແລ້ວ

       “ເຮົາບໍ່ອາດຄາດຫວັງໄດ້ແລ້ວວ່າ: ກົດເກນຕ່າງໆທີ່ມີຢູ່ຈະສາມາດປົກປ້ອງປະເທດຂະໜາດນ້ອຍໄດ້ອີກຕໍ່ໄປ, ຂ້າພະເຈົ້າແຈ້ງສິ່ງນີ້ຕໍ່ທຸກຄົນ ເພື່ອວ່າພວກເຮົາທຸກຄົນຈະກຽມໃຈຮັບມື”.

        ທ່ານ ລໍເຣນ ຫວ່ອງ ກ່າວວ່າ: ສິງກະໂປຖືກອາເມລິກາເກັບພາສີພື້ນຖານຕໍ່າສຸດ 10%. ດັ່ງນັ້ນ ຜົນກະທົບທາງກົງອາດມີຈໍາກັດໃນເວລານີ້, ແຕ່ຕ້ອງກັງວົນຄືຜົນກະທົບທີ່ຈະຕາມມາໃນວົງກວ້າງ ແລະ ຮຸນແຮງຂຶ້ນ ຖ້າປະເທດອື່ນໆດໍາເນີນມາດຕະການຕອບໂຕ້ ເຊິ່ງອາດເຮັດໃຫ້ສະຖານະການຮ້າຍແຮງອີກ ແລະ ກະທົບຕໍ່ປະເທດຂະໜາດນ້ອຍຄືສິງກະໂປ.

        ແຕ່ຜູ້ນໍາສິງກະໂປເນັ້ນວ່າ: ສິງກະໂປຈະເຝົ້າລະວັງ ພ້ອມເດີນໜ້າສ້າງປະສິດທິພາບຂອງປະເທດ, ສົ່ງເສີມເຄືອຂ່າຍການຮ່ວມມືກັບປະເທດທີ່ມີແນວຄິດຄືກັນ ແລະ ເນັ້ນວ່າ: ຖ້າຄົນພາຍໃນປະເທດແນ່ວແນ່ ແລະ ສາມັກຄີກັນຈະສາມາດຢືນຢູ່ໃນໂລກທີ່ເຕັມໄປດ້ວຍບັນຫານີ້ໄດ້ຢ່າງແນ່ນອນ.

ອ້າງອີງ:

- 4 - ນາຍົກລັດຖະມົນຕີສິງກະໂປ ເຕືອນຄົນໃນປະເທດຮັບມືຜົນກະທົບພາສີທ່ານ ທຣໍາ ຊີ້ ຍຸກໂລກາພິວັດ ແລະ ການຄ້າເສລີໃນກົດກະຕິກາສິ້ນສຸດລົງແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!