ປີ 2024 ສາມາດເກັບລາຍຮັບຈາກອາກອນມູນຄ່າເພີ່ມ ໄດ້ເກືອບ 7 ພັນຕື້ກີບ


ທ່ານ ບຸນປະເສີດ ສີກຸນນະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ລາຍງານເນື່ອງໃນໂອກາດເຜີຍແຜ່ກົດໝາຍອາກອນມູນຄ່າເພີ່ມ ສະບັບປັບປຸງ ເລກທີ 60/ສພຊ, ລົງວັນທີ 28ມິຖຸນາ 2024 ໃຫ້ພາກລັດ ແລະ ທຸລະກິດ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ທີ່ແຂວງຈຳປາສັກວັນທີ 3 ເມສາ 2024 ວ່າ: ໃນປີ 2024 ສາມາດຈັດເກັບລາຍຮັບ ອາກອນມູນຄ່າເພີ່ມໄດ້ 6,834.7 ຕື້ກີບ ເທົ່າກັບ 124.3% ຂອງແຜນການປີ ກວມສັດສ່ວນລາຍຮັບ 17.7% ສູງສຸດໃນປະເພດອາກອນທີ່ຈັດເກັບ ທຽບໃສ່ການຈັດຕັ້ງປະຕິບັດ ໃນປີ 2023 ເພີ່ມຂຶ້ນ 47.1%. ໄລຍະຜ່ານມາເຫັນໄດ້ວ່າ ກົດໝາຍອາກອນມູນຄ່າເພີ່ມ ໄດ້ມີການປັບປຸງຫລາຍຄັ້ງ ທຽບໃສ່ບັນດາອາກອນປະເພດອື່ນ ເພື່ອແນໃສ່ຮັບປະກັນໃຫ້ສອດຄ່ອງກັບສະພາບຂອງພາກພື້ນ ແລະ ສາກົນແຕ່ລະໄລຍະ.
ນັບແຕ່ປີ 2006 ເປັນຕົ້ນມາ ກົດໝາຍອາກອນມູນຄ່າເພີ່ມ ແມ່ນໄດ້ມີການປັບປຸງ 4 ຄັ້ງ ແລະ ຄັ້ງລ່າສຸດແມ່ນໃນທ້າຍປີ 2021. ອາກອນມູນຄ່າເພີ່ມແມ່ນແຫລ່ງລາຍຮັບ ສ່ວຍສາອາກອນຫລັກ ທີ່ສໍາຄັນ ໃນການປະກອບສ່ວນເຂົ້າໃນລາຍຮັບງົບປະມານຂອງຊາດ ເພື່ອນໍາໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດ-ສັງຄົມຢ່າງຮອບດ້ານ.