ລັດຖະບານລາວ ມອບເງິນ-ເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ລັດຖະບານມຽນມາ ລວມມູນຄ່າ 4.5 ຕື້ກວ່າກີບ


ຂ່າວສານປະເທດລາວ ລາຍງານວ່າ: ວັນທີ 4 ເມສາ 2025 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ຈຳນວນໜຶ່ງ ລວມມູນຄ່າ ທັງໝົດ 4,542,500,000 ກີບ ໃຫ້ແກ່ລັດຖະບານມຽນມາ ເພື່ອຊ່ວຍເຫລືອບັນເທົາທຸກປະຊາຊົນມຽນມາ ທີ່ໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວຮ້າຍແຮງ ທີ່ກໍ່ໃຫ້ເກີດຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຢ່າງມະຫາສານ, ຕາງໜ້າຮັບໂດຍ ທ່ານ ອອງໂກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ຕໍ່ລັດຖະບານ ມຽນມາ ກໍຄື ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການແຜ່ນດິນໄຫວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າ ການຊ່ວຍເຫລືອໃນຄັ້ງນີ້, ຈະເປັນສ່ວນໜຶ່ງໃນການປະກອບສ່ວນແບ່ງເບົາຄວາມທຸກໂສກ ຂອງບັນດາຜູ້ປະສົບໄພ ແລະ ກໍເປັນການສະແດງ ໃຫ້ເຫັນເຖິງນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງ ຂອງປະຊາຊົນລາວ ຕໍ່ປະຊາຊົນມຽນມາ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງລັດຖະບານ ມຽນມາ ບວກກັບຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນມຽນມາ ຜູ້ປະສົບໄພ ຈະຜ່ານຜ່າວິກິດການນີ້ໄປໄດ້ດ້ວຍດີ ແລະ ຂໍໃຫ້ຜູ້ປະສົບໄພໃນຄັ້ງນີ້, ຈົ່ງເຂັ້ມແຂງ ແລະ ມີກຳລັງໃຈ ໃນການຕໍ່ສູ້ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານ ອອງໂກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນດັ່ງກ່າວ ເພື່ອຊ່ວຍເຫລືອປະຊາຊົນມຽນມາ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໃນຄັ້ງນີ້ ເຊິ່ງເປັນການສະແດງ ໃຫ້ເຫັນເຖິງນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ລັດຖະບານ ມຽນມາ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍຄື ປະຊາຊົນສອງຊາດ ມຽນມາ-ລາວ. ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວ ທີ່ເຫັນໄດ້ຄວາມສຳຄັນ ສົ່ງທີມກູ້ໄພ ເຂົ້າໄປຊ່ວຍເຫລືອ ເພື່ອກອບກູ້ເອົາຜູ້ປະສົບໄພ ທີ່ຕິດຢູ່ຈຸດຕຶກຖະຫລົ່ມ.
ຂ່າວ-ພາບ: ທະນູທອງ