ທ່ານ ທຣໍາ ກ່າວວ່າ ຜູ້ນໍາຫວຽດນາມ ສະເໜີຫລຸດພາສີສິນຄ້າອາເມລິກາເຫລືອ 0% ແລກຂໍ້ຕົກລົງຫລີກລ່ຽງພາສີຕອບໂຕ້

- 222 2 - ທ່ານ ທຣໍາ ກ່າວວ່າ ຜູ້ນໍາຫວຽດນາມ ສະເໜີຫລຸດພາສີສິນຄ້າອາເມລິກາເຫລືອ 0% ແລກຂໍ້ຕົກລົງຫລີກລ່ຽງພາສີຕອບໂຕ້
- kitchen vibe - ທ່ານ ທຣໍາ ກ່າວວ່າ ຜູ້ນໍາຫວຽດນາມ ສະເໜີຫລຸດພາສີສິນຄ້າອາເມລິກາເຫລືອ 0% ແລກຂໍ້ຕົກລົງຫລີກລ່ຽງພາສີຕອບໂຕ້

        ປະທານາທິບໍດີ ໂດນັລ ທຣໍາ ໂພສຂໍ້ຄວາມຜ່ານໂຊຊຽວມີເດຍ Truth ລະບຸວ່າ: ໄດ້ໂທລະສັບເຈລະຈາກັບທ່ານ ໂຕ ເລິມ ເລຂາທິການພັກກອມມູນິດຫວຽດນາມ ເຊິ່ງມີການຍື່ນຂໍສະເໜີທີ່ຈະຫລຸດພາສີອາກອນສໍາລັບສິນຄ້ານໍາເຂົ້າຈາກອາເມລິກາ ເຫລືອ 0% ຖ້າສາມາດບັນລຸຂໍ້ຕົກລົງກັບອາເມລິກາ ໂດຍຖືເປັນຄວາມພະຍາຍາມເພື່ອຫລີກລ່ຽງພາສີອາກອນຕອບໂຕ້ທີ່ອາເມລິກາກໍານົດຕໍ່ສິນຄ້າຫວຽດນາມສູງເປັນອັນດັບຕົ້ນໆເຖິງ 46%.

        “ຂ້າພະເຈົ້າໂທລະສັບເຈລະຈາຢ່າງສ້າງສັນກັບທ່ານ ໂຕ ເລິມ ເລຂາທິການພັກກອມມູນິດຫວຽດນາມ ເຊິ່ງບອກຕໍ່ຂ້າພະເຂົ້າວ່າ: ຫວຽດນາມຕ້ອງການຫລຸດພາສີອາກອນລົງເຫລືອສູນ ຖ້າສາມາດເຮັດຂໍ້ຕົກລົງກັບອາເມລິກາໄດ້, ຂ້າພະເຈົ້າຂອບໃຈທ່ານ ໂຕ ເລິມ ໃນນາມຂອງປະເທດຂອງພວກເຮົາ ແລະ ບອກວ່າ: ຂ້າພະເຈົ້າຫວັງວ່າຈະໄດ້ພົບກັນອີກໃນອະນາຄົດອັນໃກ້ນີ້”. ທ່ານ ທຣໍາ ກ່າວ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ກ່າວວ່າ ຜູ້ນໍາຫວຽດນາມ ສະເໜີຫລຸດພາສີສິນຄ້າອາເມລິກາເຫລືອ 0% ແລກຂໍ້ຕົກລົງຫລີກລ່ຽງພາສີຕອບໂຕ້

        ກ່ອນໜ້ານີ້, ຫວຽດນາມໄດ້ຂໍໃຫ້ລັດຖະບານ ທຣໍາ ຢຸດການຂຶ້ນພາສີສິນຄ້າຫວຽດນາມເປັນເວລາ 3 ເດືອນ ເພື່ອເປີດທາງໃຫ້ມີການເຈລະຈາ.

        ຂະນະທີ່ລັດຖະບານຫວຽດນາມເຜີຍແຜ່ຖະແຫລງການຫລັງການເຈລະຈາລະຫວ່າງທ່ານ ໂຕ ເລິມ ແລະ ທ່ານ ທຣໍາ ໂດຍລະບຸວ່າ: ຫວຽດນາມຍິນດີຈະເຈລະຈາເພື່ອຫລຸດອັດຕາພາສີສິນຄ້ານໍາເຂົ້າຈາກອາເມລິກາເປັນ 0% ແລະ ສະເໜີໃຫ້ອາເມລິກາໃຊ້ພາສີໃນອັດຕາດຽວກັນສໍາລັບສິນຄ້າຈາກຫວຽດນາມ.

        ນອກຈາກນີ້, ຫວຽດນາມຍັງພ້ອມຈະນໍາເຂົ້າສິນຄ້າຈາກອາເມລິກາໃຫ້ເພີ່ມຂຶ້ນ ແລະ ສະໜັບສະໜູນການລົງທຶນຂອງອາເມລິກາໃນຫວຽດນາມເພີ່ມຂຶ້ນ.

       ຖະແຫລງການຍັງລະບຸວ່າ: ທັງສອງຜູ້ນໍາຈະຫາລືເຖິງຂໍ້ຕົກລົງເພື່ອ “ເຮັດໃຫ້ຄໍາໝັ້ນສັນຍາເຫລົ່ານີ້ເປັນຮູບປະທໍາ” ແລະ ກ່າວວ່າ: ທ່ານ ທຣໍາ ຍອມຮັບຄໍາເຊີນໃຫ້ໄປຢ້ຽມຢາມຫວຽດນາມໃນມໍ່ໆນີ້.

        ສໍາລັບຫວຽດນາມ ເຊິ່ງເປັນຖານການຜະລິດຫລັກຂອງບໍລິສັດຈາກອາເມລິກາ ແລະ ປະເທດຕາເວັນຕົກຫລາຍແຫ່ງ ມີດຸນການຄ້າເກີນດຸນກັບອາເມລິກາເດີນ 123,000 ລ້ານໂດລາ ໃນປີ 2024.

        ໂດຍຫຸ້ນຂອງບໍລິສັດຜະລິດເກີບລະດັບໂລກຄື Nike, Adidas ແລະ Puma ທີ່ມີຫວຽດນາມເປັນຖານການຜະລິດຫລັກ ຫລຸດລົງຢ່າງວ່ອງໄວ ຫລັງຈາກຫວຽດນາມຖືກກໍານົດພາສີຕອບໂຕ້ 46%, ຂະນະທີ່ດັດຊະນີຫຸ້ນ VNI ຂອງຫວຽດນາມກໍຫລຸດລົງກວ່າ 8.1%.

        ໂດຍຖ້າທັງສອງປະເທດບໍ່ສາມາດບັນລຸຂໍ້ຕົກລົງ, ອາເມລິກາຈະເລີ່ມບັງຄັບໃຊ້ອັດຕາພາສີ 46% ສໍາລັບສິນຄ້ານໍາເຂົ້າຈາກຫວຽດນາມ ນັບແຕ່ວັນທີ 9 ເມສາ.

ອ້າງອີງ:

- 5 - ທ່ານ ທຣໍາ ກ່າວວ່າ ຜູ້ນໍາຫວຽດນາມ ສະເໜີຫລຸດພາສີສິນຄ້າອາເມລິກາເຫລືອ 0% ແລກຂໍ້ຕົກລົງຫລີກລ່ຽງພາສີຕອບໂຕ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!