ຈີນຕອບໂຕ້ພາສີທ່ານ ທຣໍາ ກຽມເກັບເທົ່າກັນ 34% ເລີ່ມ 10 ເມສານີ້

- 111 3 - ຈີນຕອບໂຕ້ພາສີທ່ານ ທຣໍາ ກຽມເກັບເທົ່າກັນ 34% ເລີ່ມ 10 ເມສານີ້
- kitchen vibe - ຈີນຕອບໂຕ້ພາສີທ່ານ ທຣໍາ ກຽມເກັບເທົ່າກັນ 34% ເລີ່ມ 10 ເມສານີ້

         ຈີນປະກາດໃຊ້ມາດຕະການພາສີຕອບໂຕ້ (Reciprocal Tariffs) ກັບສິນຄ້ານໍາເຂົ້າທຸກປະເພດຈາກອາເມລິກາ ໂດຍເກັບໃນອັດຕາ 34% ເທົ່າກັບປະທານາທິບໍດີ ໂດນັລ ທຣໍາ ປະກາດເກັບຕໍ່ຈີນໃນຮອບຫລ້າສຸດ ສົ່ງຜົນເຮັດໃຫ້ສົງຄາມການຄ້າລະຫວ່າງມະຫາອໍານາດທາງເສດຖະກິດອັນດັບ 1 ແລະ 2 ເຄັ່ງຕຶງຂຶ້ນ ແລະ ສ້າງຄວາມເສຍຫາຍເພີ່ມຂຶ້ນຕໍ່ເສດຖະກິດໂລກທີ່ບອບບາງຢູ່ແລ້ວ.

         ຄະນະກໍາມາທິການພາສີອາກອນແຫ່ງຄະນະລັດຖະບານຈີນ ລະບຸວ່າ: ການເກັບພາສີອາກອນອັດຕາໃໝ່ຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 10 ເມສານີ້ ເຊິ່ງໄລ່ລຽງກັບໄລຍະເວລາທີ່ອັດຕາພາສີໃໝ່ທີ່ອາເມລິກາເກັບຈາກສິນຄ້ານໍາເຂົ້າຈີນຈະມີຜົນບັງຄັບໃຊ້ໃນວັນທີ 9 ເມສານີ້.

- Visit Laos Visit SALANA BOUTIQUE HOTEL - ຈີນຕອບໂຕ້ພາສີທ່ານ ທຣໍາ ກຽມເກັບເທົ່າກັນ 34% ເລີ່ມ 10 ເມສານີ້

         ຄະນະກໍາມາທິການພາສີອາກອນແຫ່ງຄະນະລັດຖະບານຈີນ ຍັງປະກາດສອບສວນການທຸ່ມຕະຫລາດສິນຄ້າຫລອດເອັກສະເຣທີ່ໃຊ້ໃນທາງການແພດທີ່ມາຈາກອາເມລິກາ ແລະ ອິນເດຍ.

        ຂະນະດຽວກັນ ຈີນຍັງຄວບຄຸມການສົ່ງອອກສິນແຮ່ຫາຍາກ (ແຣເອິດ) 7 ຊະນິດໄປອາເມລິກາ ເຊິ່ງລວມທັງຊາແມຣຽມ, ແກໂດລິນຽມ ແລະ ເທີບຽມ ໂດຍແຮ່ເຫລົ່ານີ້ເປັນວັດຖຸດິບສໍາຄັນໃນການຜະລິດສິນຄ້າເຕັກໂນໂລຊີຂັ້ນສູງ.

        ເຖິງຢ່າງໃດກໍຕາມ, ມາດຕະການຕອບໂຕ້ຂອງຈີນເຮັດໃຫ້ເກີດຄໍາຖາມວ່າ: ຈະກະທົບເສດຖະກິດຈີນເອງຫລາຍຊໍ່າໃດ ເນື່ອງຈາກເວລານີ້ເສດຖະກິດຈີນຢູ່ໃນສະພາບຂະຫຍາຍຕົວຊ້າ. ຂະນະທີ່ລັດຖະບານຈີນພະຍາຍາມກະຕຸ້ນການບໍລິໂພກພາຍໃນປະເທດທີ່ຍັງອ່ອນແອ ແລະ ເວລານີ້ຍັງມີທ່າອ່ຽງຈະໄດ້ຜະເຊີນສົງຄາມການຄ້າຮອບໃໝ່ທີ່ຮຸນແຮງຂຶ້ນ.

ອ້າງອີງ:

- 5 - ຈີນຕອບໂຕ້ພາສີທ່ານ ທຣໍາ ກຽມເກັບເທົ່າກັນ 34% ເລີ່ມ 10 ເມສານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!