ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ

- 274855050 4913455738761367 4894673544006496937 n - ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ
- kitchen vibe - ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ

ໂດຍ: ຜາຕຸງ

ຜ່ານມາເຮົາໄດ້ຍິນເລື້ອຍໆກ່ຽວກັບຂ່າວທີ່ຈັບແຮງງານຄົນຕ່າງດ້າວທີ່ລັກລອບປະກອບອາຊີບທີ່ສະຫງວນໄວ້ສຳລັບຄົນໃນປະເທດນັ້ນໆ ແລະ ນັ້ນ ມັນແມ່ນສັດຈະທຳໃນການປົກປ້ອງສິດຂອງພົນລະເມືອງພາຍໃນຊາດຂອງຕົນ ແລະ ເລີ່ມຕົ້ນເດືອນເມສາເຂົ້າມາ ໄດ້ເຫັນສໍານັກຂ່າວທາງໄທ ໄດ້ລົງຂ່າວວ່າ ເຈົ້າໜ້າທີຕຳຫຼວດກວດຄົນເຂົ້າເມືອງ ໄດ້ຈັບກຸມຕົວບຸກຄົນຕ່າງດ້າວ ທີ່ລັກລອບເຮັດວຽກໂດຍທີ່ບໍ່ໄດ້ຮັບອານຸຍາດຈາກລັດຖະບານໄທ ເວົ້າງ່າຍໆແມ່ນການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງຜິດກົດໝາຍ ຫລື ເຮັດວຽກໃນລັກສະນະຍາດແຍ່ງອາຊີບທີ່ລັດຖະບານປະເທດເພິ່ນສະຫງວນໄວ້ໃຫ້ຄົນຂອງເພິ່ນເຮັດເອງ.

- Visit Laos Visit SALANA BOUTIQUE HOTEL - ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ

ເຊິ່ງເຫດການຫລ້າສຸດມີຄົນສັນຊາດລາວ ອາຍຸ 32 ປີ, ມີກາແຮງງານສາມສັນຊາດ NON-LA, ເດີນທາງເຂົ້າປະເທດໄທເມື່ອວັນທີ 30 ກໍລະກົດ 2024 ຈະຄົບກໍານົດອະນຸຍາດ ວັນທີ 29 ກໍລະກົດ 2026, ໝາຍຄວາມວ່າເຂົ້າເມືອງຢ່າງຖືກຕ້ອງຕາມກົດໝາຍ, ເປັນແຮງງານຢ່າງຖືກຕ້ອງແຕ່ຜູ້ກ່ຽວໄດ້ປະກອບອາຊີບດ້ວຍການ ຂັບຂີ່ລົດຈັກຮັບຈ້າງ ເປັນການປະກອບອາຊີບຕ້ອງຫ້າມ ສຳລັບບຸກຄົນຕ່າງດ້າວ ກໍເລີຍຖືກຈັບດຳເນີນຄະດີ ເຊິ່ງອາດຈະຖືກຕັດສິດເຂົ້າໄທອີກເລີຍກໍເປັນໄດ້.
 

ຈາກເຫດການດັ່ງກ່າວນັ້ນ ມັນສະທ້ອນໃຫ້ຫຼາຍຄົນຄິດຫງຳໃສ່ປະເທດເຮົາ ບ້ານເຮົາເມືອງເຮົາ ຖ້າຫາກເຮົາເຮັດໄດ້ຄືເພິ່ນກໍຄົງຈະດີເນາະ ເພາະຫຼາຍອາຊີບຢູ່ລາວເຮົາ ມີຊາວຕ່າງປະເທດເຂົ້າມາຍາດແຍ່ງປະກອບອາຊີບເປັນຫຼັກເປັນຖານເລີຍ ແລະ ຄົນລາວຫຼາຍຄົນໄດ້ເຂົ້າໄປເຮັດວຽກນຳ  ບໍລິການນຳເປັນຈຳນວນຫຼວງຫຼາຍ ເຊັ່ນ ຊ່າງເສີມຄວາມງາມ, ຂາຍສິນຄ້າຍ່ອຍຕາມທ້ອງຕະຫຼາດສົດ, ຮ້ານອາຫານຍ່ອຍ, ຊ່າງໄມ້ຊ່າງກໍສ້າງ,  ຕັດຜົມລວມທັງການປະກອບອາຊີບຂັບລົດຂົນສົ່ງໂດຍສານ ແລະ ອື່ນໆອີກຫຼາຍຢ່າງ ຍັງມີຢ່າງແພ່ຫຼາຍ,

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1328/ອຄ.ທຄວ ລົງວັນທີ 13 ກໍລະກົດ 2015 ຊຶ່ງໄດ້ລະບຸໄວ້ຢ່າງຊັດເຈນກ່ຽວກັບອາຊີບທີ່ຕ້ອງສະຫງວນສິດໄວ້ໃຫ້ປະຊາຊົນລາວທີ່ຖືສັນ ຊາດລາວ ແລະ ຈະບໍ່ອານຸຍາດໃຫ້ຄົນຕ່າງປະເທດທີ່ເຂົ້າມາດໍາເນີນທຸລະກິດຢູ່ໃນ ສປປ ລາວ ດຳເນີນທຸລະກິດຕ່າງໆທີ່ລະບຸໄວ້ ມີເຖິງ 37 ອາຊີບ ເບິ່ງໂດຍລວມແລ້ວເຫັນວ່າອາຊີບເຫຼົ່ານີ້ກໍພໍທີ່ຈະຊວຍໃຫ້ ຜູ້ປະກອບການມືນຕາອ້າປາກໄດ້ ອາດຈະບໍ່ເຮັດໃຫ້ແຮງງານລາວເຕັ້ນໂຕນໂຍນໜີໄປອອກແຮງງານຢູ່ບ້ານເພິ່ນເມືອງທ່ານດອກເນາະ ແມ່ນຫຼືບໍ່?.

ແຕ່ ມັນກໍໜ້າເສຍດາຍ ຍ້ອນວ່າໃນຄວາມເປັນຈິງແລ້ວ, ເຫັນວ່າ ອາຊີບທີ່ລະບຸໄວ້ນັ້ນ ອາຊີບທີ່ລະບຸໄວ້ທັງ 37 ອາຊີບນັ້ນ ໃນພາກການຄຸ້ມຄອງເຫັນວ່າຍັງບໍ່ສາມາດຄຸ້ມຄອງ ແລະ ປະຕິບັດໄດ້ ເນື່ອງ ຈາກຄົນສັນຊາດອື່ນຈາກປະເທດອື່ນ ໄດ້ເຂົ້າມາປະກອບທຸລະກິດດັ່ງກ່າວຢ່າງຫຼວງຫຼາຍ ໂດຍບໍ່ມີມາດຕາການລົງໂທດ ຫຼື ສັ່ງຫ້າມໃຫ້ຄົນຕ່າງຊາດເຂົ້າມາປະກອບອາຊີບທີ່ສະ ຫງວນໄວ້ໃຫ້ຄົນລາວ  ສ່ວນຫຼາຍພັດຖືກຄົນຕ່າງປະເທດຍາດເອົາໄປເຮັດຈຳນວນບໍ່ໜ້ອຍ.

ກ່ຽວກັບເລື່ອງນີ້ກາຍເປັນບັນຫາຄາໃຈແບບກືນບໍ່ເຂົ້າຄາຍບໍ່ອອກ ສຳລາວສັງຄົມລາວເຮົາ ຄັນຊັ້ນສັງຄົມເຮົາຄິດແນວໃດ? ທຸກປະເທດຍ່ອມມີຕົວບົດກົດໝາຍເປັນເຄື່ອງມືໃນການຄຸ້ມຄອງສັງຄົມເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ເສດຖະກິດເຕີບໃຫຍ່ຂະຫຍາຍຕົວ ໃນເມື່ອມີກົດໝາຍເປັນເຄື່ອງມືໃນການຄຸ້ມຄອງແລ້ວ  ເຮົາກໍ່ຄວນນຳໃຊ້ເຄື່ອງມືນັ້ັ້ນໃຫ້ເຂັ້ມງວດເດັດຂາດດີຫຼືບໍ ເພື່ອເປັນການປົກປ້ອງສິດແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ ຫຼື ຈະປ່ອຍປະລະເລີຍໄປແບບນີ້ຕະຫຼອດບໍ ຖ້າຫາກເປັນເຊັ່ນນີ້ ແລ້ວເມື່ອໃດສິດທິພົນລະເມືອງລາວຈຶ່ງຈະໄດ້ຮັບການປົກປ້ອງຢ່ງຈິງຈັງ.

- 5 - ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!