ຟິນແລນ ປິດໂຮງໄຟຟ້າຖ່ານຫີນແຫ່ງສຸດທ້າຍຂອງປະເທດ ປະກາດສິ້ນສຸດຍຸກຖ່ານຫີນຢ່າງເປັນທາງການ

- 487930051 1141841644636807 23617743916184659 n - ຟິນແລນ ປິດໂຮງໄຟຟ້າຖ່ານຫີນແຫ່ງສຸດທ້າຍຂອງປະເທດ ປະກາດສິ້ນສຸດຍຸກຖ່ານຫີນຢ່າງເປັນທາງການ
- kitchen vibe - ຟິນແລນ ປິດໂຮງໄຟຟ້າຖ່ານຫີນແຫ່ງສຸດທ້າຍຂອງປະເທດ ປະກາດສິ້ນສຸດຍຸກຖ່ານຫີນຢ່າງເປັນທາງການ

ສຳນັກຂ່າວ ເອເອຟພີ ວັນທີ 2 ເມສາ 2025 ນີ້ວ່າ ບໍລິສັດ ພະລັງງານ ຂອງ ຟິນແລນ ເຮເລນ ໄດ້ປິດໂຮງໄຟຟ້າຖ່ານຫີນແຫ່ງສຸດທ້າຍຂອງປະເທດແລ້ວ ຖືເປັນການສິ້ນສຸດໂຮງໄຟຟ້າດ້ວຍຖ່ານຫີນຢ່າງເປັນທາງການ.

ໂຮງໄຟຟ້າ ຊັລມິຊາອາຣີ ຕັ້ງຢູ່ໃນກາງນະຄອນຫລວງ ແຮນຊິງກິ ຜະລິດຄວາມຮ້ອນ ແລະ ໄຟຟ້າສຳລັບເມືອງຫລວງຂອງປະເທດແຕ່ການປ່ອຍອາຍແກັສ ກາກບອນ ໄດອອກໄຊ ປະລິມານຫລາຍ ພາໃຫ້ເກີດການປ່ຽນແປງສະພາບອາກາດທີ່ຮ້າຍແຮງ ຫລັງຈາກໂຮງໄຟຟ້າປິດລົງປະລິມານການປ່ອຍອາຍແກັສ ກາກບອນໄດອອກໄຊຫລຸດລົງປະມານ 50% ເມື່ອທຽບໃສ່ປີ2024, ຂະນະທີ່ອັດຕາການປ່ອຍ ກາກບອນ ໄດອອກໄຊ ຂອງນະຄອນຫລວງ ແຮນຊິງກິ ຈະຫລຸດລົງ 30% ແລະ ອັດຕາໂດຍລວມ ຂອງປະເທດຈະຫລຸດລົງເກືອບ 2%.

ການປ່ອຍມົນລະພິດຂອງບໍລິສັດໃນປີນີ້ຈະຢູ່ໃນລະດັບ 20% ຂອງການປ່ອຍມັນລະພິດທັງໝົດ ເມື່ອປີ1990, ແຕ່ຢ່າງໃດກໍຕາມຍັງມີການສຳຮອງຖ່ານຫີນໄວ້ເພື່ອນຳມາໃຊ້ ຫາກມີຄວາມຈຳເປັນໃນຕໍ່ໜ້າ./.

ທີ່ມາ: ຂ່າວສານປະເທດລາວ

- 3 - ຟິນແລນ ປິດໂຮງໄຟຟ້າຖ່ານຫີນແຫ່ງສຸດທ້າຍຂອງປະເທດ ປະກາດສິ້ນສຸດຍຸກຖ່ານຫີນຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!