ການາດາຂຶ້ນພາສີ 25% ກັບລົດອາເມລິກາທີ່ບໍ່ໄດ້ຢູ່ໃນຂໍ້ຕົກລົງການຄ້າເສລີ

- 105929401 1558607442200gettyimages 1086956642 - ການາດາຂຶ້ນພາສີ 25% ກັບລົດອາເມລິກາທີ່ບໍ່ໄດ້ຢູ່ໃນຂໍ້ຕົກລົງການຄ້າເສລີ
- kitchen vibe - ການາດາຂຶ້ນພາສີ 25% ກັບລົດອາເມລິກາທີ່ບໍ່ໄດ້ຢູ່ໃນຂໍ້ຕົກລົງການຄ້າເສລີ

         ລັດຖະບານການາດາປະກາດຂຶ້ນພາສີ 25% ກັບລົດຂອງອາເມລິກາ ເຊິ່ງບໍ່ໄດ້ຢູ່ພາຍໃຕ້ກົດລະບຽບຂອງຂໍ້ຕົກລົງການຄ້າເສລີຮ່ວມກັນ.

        ນາຍົກລັດຖະມົນຕີ ມາກ ຄານີ ຜູ້ນໍາການາດາ ປະກາດຂຶ້ນພາສີ 25% ກັບລົດທຸກປະເພດທີ່ສົ່ງອອກມາຈາກອາເມລິກາ ແລະ ບໍ່ໄດ້ຢູ່ພາຍໃຕ້ເງື່ອນໄຂ ຫລື ກົດເກນຂອງຂໍ້ຕົກລົງການຄ້າໄຕພາຄີອາເມລິກາ-ແມັກຊິກ-ການາດາ ຫລື USMCA.

- Visit Laos Visit SALANA BOUTIQUE HOTEL - ການາດາຂຶ້ນພາສີ 25% ກັບລົດອາເມລິກາທີ່ບໍ່ໄດ້ຢູ່ໃນຂໍ້ຕົກລົງການຄ້າເສລີ

         ມາດຕະການດັ່ງກ່າວມີມູນຄ່າປະມານ 35,600 ລ້ານໂດລາການາດາ ແລະ ຈະມີຜົນບັງຄັບໃຊ້ໃນມໍ່ໆນີ້.

        ເຖິງວ່າບໍ່ໄດ້ມີຊື່ຢູ່ໃນມາດຕະການພາສີຕ່າງຕອບແທນຂອງອາເມລິກາ, ແຕ່ການາດາ ແລະ ແມັກຊິກຜະເຊີນມາດຕະການພາສີ 25% ກັບສິນຄ້າເກືອບທຸກປະເພດຢູ່ແລ້ວ ລວມທັງເຫລັກ, ອາລູມີນຽມ ແລະ ຍານພາຫະນະ.

         ຂະນະທີ່ສື່ທ້ອງຖິ່ນຫລາຍແຫ່ງຂອງການາດາປະເມີນວ່າ: ມາດຕະການພາສີຕອບໂຕ້ຂອງການາດາຄັ້ງນີ້ຈະສົ່ງຜົນກະທົບຕໍ່ລົດສ່ວນບຸກຄົນ ແລະ ລົດບັນທຸກຂະໜາດນ້ອຍ ເຊິ່ງມີຊິ້ນສ່ວນຜະລິດຢູ່ອາເມລິກາເໜືອບໍ່ເຖິງ 75%.

        ປັດຈຸບັນ, ອາເມລິກາສົ່ງອອກລົດມາການາດາປະມານປີລະ 67,000 ຄັນ ຫລື ປະມານ 10% ຂອງລົດທັງໝົດທີ່ມີການສົ່ງອອກຈາກອາເມລິກາ.

- 5 - ການາດາຂຶ້ນພາສີ 25% ກັບລົດອາເມລິກາທີ່ບໍ່ໄດ້ຢູ່ໃນຂໍ້ຕົກລົງການຄ້າເສລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!