ທ່ານ ຢຸນ ຊອກ ຢອນ ຖືກປົດຕຳແໜ່ງອອກຈາກການເປັນປະທານນາທິບໍດີ ສ. ເກົາຫລີ

ສຳນັກຂ່າວ ທູເດ (TODAY) ລາຍງານວ່າ: ວັນທີ 4 ເມສາ 2025 ສານລັດຖະທຳມະນູນ ສ.ເກົາຫລີ ໄດ້ມີມະຕິຮັບຮອງການປົດ “ທ່ານ ຢຸນ ຊອກ ຢອນ” ອອກຈາກຕໍາແໜ່ງ ປະທານນາທິບໍດີ ສ.ເກົາຫລີ ຈາກກໍລະນີທີ່ໄດ້ປະກາດກົດໄອຍະການເສິກໃນວັນທີ 3 ທັນວາ 2024 ຜ່ານມາ, ມະຕິດັ່ງ ກ່າວມີຜົນບັງຄັບໃຊ້ທັນທີ ເຊິ່ງເປັນການກະທຳຜິດຕໍ່ກົດໝາຍ ແລະ ເຮັດໃຫ້ ສ.ເກົາຫລີ ຕ້ອງໄດ້ມີການກະກຽມຈັດການເລືອກຕັ້ງປະທານນາທິບໍດີຄົນໃໝ່ ພາຍໃນ 60 ມື້ ໂດຍຄາດວ່າການເລືອກຕັ້ງ ຈະຈັດຂຶ້ນໃນວັນທີ 3 ມິຖຸນາ 2025.
ໃນຂະນະດຽວກັນ ສ.ເກົາຫລີ ກໍໄດ້ຈັດກຳລັງເຈົ້າໜ້າທີ່ປະມານ 7,000 ຄົນ ປະຈຳຢູ່ດ້ານນອກສານ ປະຈຳການຢູ່ຮອບບໍລິເວນ ກຽມຄວາມພ້ອມຮັບມືກໍລະນີ ອາດຈະເກີດຄວາມວຸ້ນວາຍ, ພ້ອມນີ້ ຍັງໄດ້ກຽມເຈົ້າໜ້າທີ່ຫລາຍກວ່າ 20,000 ຄົນ ຈາກ 338 ໜ່ວຍງານທົ່ວປະເທດ ເພື່ອຮັກສາປ້ອງກັນຄວາມສະຫງົບທົ່ວກຸງໂຊ ໂດຍສະເພາະເຂດເຮືອນພັກ ແລະ ທຳນຽບປະທານນາທິບໍດີ.
ທີ່ມາ: ສໍານັກຂ່າວທູເດ່