ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

- 488223581 1230130365467084 2108007941906602683 n - ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ
- kitchen vibe - ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ວັນທີ 3 ເມສາ ນີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.

ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍ ໂຕເລີມ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມ ພິທີວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຊຶ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍ ຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນ ນໍ້າໃຈແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ຊຶ່ງຍາມໃດການນໍາ ສອງພັກ, ສອງລັດ ກໍໄດ້ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສອງປະເທດ ລາວ-ຫວຽດນາມ ນັ້ນແມ່ນເປັນກົດເກນພາວະວິໄສ, ເປັນປັດໃຈທີ່ມີຄວາມໝາຍຕັດສິນຄວາມເປັນຕາຍຂອງ ແຕ່ລະພັກ, ແຕ່ລະປະເທດ, ເຖິງວ່າສະພາບການຂອງໂລກຈະຜັນແປໄປຢ່າງສົບສົນກໍຕາມ ແຕ່ສອງປະເທດຍັງຕັດສິນໃຈຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ຫາຍາກໃນການພົວພັນສາກົນ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ເປັນໜຶ່ງໃນບັນດາສະຫາຍການນໍາຮຸ່ນທໍາອິດ ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນໍາຂອງສູນກາງພັກ ນໍາພາ – ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືເປັນຜູ້ນໍາໜ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫຼັກການຂອງພັກ; ແມ່ນນັກຮັກຊາດ, ນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດ, ຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນຍາມຍັງມີຊີວິດ, ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໄດ້ເອົາໃຈໃສ່ເປັນພິເສດໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ຖືເປັນບຸລິມະສິດອັນດັບຕົ້ນ ໃນແນວທາງການຕ່າງປະເທດຂອງຕົນ, ມີຄວາມຮັກແພງສະໜິດສະໜົມກັບຜູ້ນໍາ ພັກ, ລັດ ຫວຽດນາມ ແລະ ຢືນຢັນວ່າ ໃນທ່າມກາງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກຕໍ່ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກສູ່ລວງເລິກ, ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.

- Visit Laos Visit SALANA BOUTIQUE HOTEL - ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ໂຕ ເລີມ ໄດ້ຕາງໜ້າສູນກາງພັກ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ​ສະ​ແດງ​ຄວາມເສົ້າສະຫຼົດໃຈ ແລະ ​ອາໄລອາວອນ​ຢ່າງ​ສຸດຊຶ້ງ ​ຕໍ່ການເຖິງແກ່ມໍລະນະກຳຂອງ​ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ຄຳໄຕ ສີພັນດອນ ແມ່ນການນຳທີ່ດີເດັ່ນຮຸ່ນທຳອິດ, ເປັນແກນນຳຫຼັກແຫຼ່ງຂອງສູນກາງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ຈົງຮັກພັກດີ, ຕະຫຼອດຊີວິດໄດ້ເສຍສະຫຼະສູ້ຊົນ ເພື່ອຄວາມເປັນເອກະລາດຂອງຊົນຊາດ, ສິດເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ການຈາກໄປຂອງ ສະຫາຍ ຄຳໄຕ ສີພັນດອນ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ, ແຕ່ຫາກຍັງເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ເຄີຍໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ໃນການຕໍ່ຕ້ານອັນຍືດເຍື້ອຍາວນານຂອງສອງປະເທດ. ສະຫາຍ ຍາມ​ໃດ​ກໍ​ສະໜັບສະໜູນຕໍ່ ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງປະຊາຊົນຫວຽດນາມ ​ແລະ ໄດ້ມີການປະກອບສ່ວນ​ສຳຄັນຫຼວງ​ຫຼາຍໃນການ​ສ້າງສາ, ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ – ລາວ; ຕີລາຄາສູງຕໍ່ບັນດາການອຸທິດອັນໃຫຍ່ຫຼວງຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ

ຂອງປະຊາຊົນລາວໃນເມື່ອກ່ອນ ກໍຄືໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາປະເທດລາວໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.

ສອງສະຫາຍການນໍາຂອງສອງພັກ ຕ່າງກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ, ຊ່ວຍເຫຼືອ ອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດ ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດໃນປັດຈຸບັນ; ຕ່າງກໍຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມື້ສວຍສົດງົດງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ທີ່ມາ: ໜັງສືພິມປະຊາຊົນ

- 3 - ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!