ມາເລເຊຍບໍ່ຂໍຕອບໂຕ້ ພາຍຫລັງຜະເຊີນກໍາແພງພາສີທ່ານ ທຣໍາ 24%

- 222 1 - ມາເລເຊຍບໍ່ຂໍຕອບໂຕ້ ພາຍຫລັງຜະເຊີນກໍາແພງພາສີທ່ານ ທຣໍາ 24%
- kitchen vibe - ມາເລເຊຍບໍ່ຂໍຕອບໂຕ້ ພາຍຫລັງຜະເຊີນກໍາແພງພາສີທ່ານ ທຣໍາ 24%

        ລັດຖະບານມາເລເຊຍສະແດງຄວາມພ້ອມເຈລະຈາກັບອາເມລິກາ ເພື່ອແກ້ໄຂການພົວພັນທາງການຄ້າລະດັບທະວີພາຄີ ພາຍຫລັງຜະເຊີນອັດຕາພາສີຕອບໂຕ້ 24%.

      ກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກໍາຂອງມາເລເຊຍ ອອກຖະແຫລງການກ່ຽວກັບການຕ້ອງຜະເຊີນພາສີຕອບໂຕ້ຂອງອາເມລິກາໃນອັດຕາ 24% ວ່າລັດຖະບານກົວລາລໍາເປີບໍ່ມີນະໂຍບາຍໃຊ້ພາສີຕອບໂຕ້ຕໍ່ລັດຖະບານວໍຊິງຕັນ ແລະ ຕ້ອງການເຈລະຈາກັບອີກຝ່າຍ ເພື່ອຫາທາງອອກຮ່ວມກັນ ໃນການຮັກສາຄວາມຍຸຕິທໍາ ແລະ ການເປັນເສລີຂອງກົນໄກການຄ້າໂລກ.

- Visit Laos Visit SALANA BOUTIQUE HOTEL - ມາເລເຊຍບໍ່ຂໍຕອບໂຕ້ ພາຍຫລັງຜະເຊີນກໍາແພງພາສີທ່ານ ທຣໍາ 24%

         ທັງນີ້, ຂໍ້ມູນຢ່າງເປັນທາງການໂດຍສໍານັກງານວິເຄາະເສດຖະກິດຂອງອາເມລິກາ ລະບຸວ່າ: ມາເລເຊຍຢູ່ອັນດັບທີ 15 ຂອງປະເທດທີ່ມີມູນຄ່າເກີນດຸນການຄ້າກັບອາເມລິກາ ໂດຍມີມູນຄ່າ 24,800 ລ້ານໂດລາສະຫະລັດ ໃນປີ 2024.

         ກ່ຽວກັບແນວທາງແກ້ໄຂສະຖານະການ, ລັດຖະບານມາເລເຊຍກ່າວວ່າ: ພະຍາຍາມຂະຫຍາຍຕະຫລາດສົ່ງອອກ ໂດຍເນັ້ນໃສ່ພາກພື້ນທີ່ມີອັດຕາການເຕີບໃຫຍ່ສູງ ແລະ ອາໄສຜົນປະໂຫຍດຈາກຂໍ້ຕົກລົງການຄ້າເສລີ ແລະ ການຮ່ວມມືທາງການຄ້າທີ່ມາເລເຊຍມີຢູ່ກັບບັນດາປະເທດ. ພ້ອມຈະຫາທາງສົ່ງເສີມການຮ່ວມມືທີ່ກ່ຽວຂ້ອງ ພາຍໃນກຸ່ມປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ນຳອີກ.

- 5 - ມາເລເຊຍບໍ່ຂໍຕອບໂຕ້ ພາຍຫລັງຜະເຊີນກໍາແພງພາສີທ່ານ ທຣໍາ 24%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!