ລັດຖະບານມຽນມາປະກາດຢຸດຍິງຊົ່ວຄາວ ເພື່ອຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວ

- 111 2 - ລັດຖະບານມຽນມາປະກາດຢຸດຍິງຊົ່ວຄາວ ເພື່ອຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວ
- kitchen vibe - ລັດຖະບານມຽນມາປະກາດຢຸດຍິງຊົ່ວຄາວ ເພື່ອຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວ

       ລັດຖະບານມຽນມາປະກາດຢຸດຍິງຊົ່ວຄາວຈົນຮອດວັນທີ 22 ເມສາ ເພື່ອຊ່ວຍເຫລືອຜູ້ປະສົບໄພຈາກແຜ່ນດິນໄຫວຮຸນແຮງຂະໜາດ 7.7 ໃນວັນທີ 28 ມີນາຜ່ານມາ ເຊິ່ງມີຜູ້ເສຍຊີວິດແລ້ວ 3,000 ກວ່າຄົນ, ບາດເຈັບອີກ 4,500 ກວ່າຄົນ ແລະ ຍັງມີຜູ້ສູນຫາຍອີກຫລາຍຮ້ອຍຊີວິດ.

      ຂະນະທີ່ລັດຖະບານເອກະພາບແຫ່ງຊາດ (NUG) ເຊິ່ງເປັນຝ່າຍຕໍ່ຕ້ານລັດຖະບານທະຫານ ໄດ້ປະກາດຢຸດໂຈມຕີຝ່າຍກົງກັນຂ້າມເປັນເວລາ 2 ອາທິດ ນັບແຕ່ວັນທີ 30 ມີນາເປັນຕົ້ນໄປ ເພື່ອອໍານວຍຄວາມສະດວກໃນການຊ່ວຍເຫລືອຜູ້ປະສົບໄພເຊັ່ນດຽວກັນ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານມຽນມາປະກາດຢຸດຍິງຊົ່ວຄາວ ເພື່ອຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວ

      ຫລາຍພື້ນທີ່ປະສົບໄພກໍາລັງຂາດເຂີນຢາ ແລະ ນໍ້າສະອາດ. ໂຄສົກເລຂາທິການສະຫະປະຊາຊາດລະບຸວ່າ: ປະຊາຊົນຊາວມຽນມາ 300,000 ຄົນ ສະເພາະຢູ່ນະຄອນຫລວງເນປີດໍ ເມືອງຫລວງຂອງມຽນມາກໍາລັງຕ້ອງການການຊ່ວຍເຫລືອ. ຂະນະທີ່ທີມກູ້ໄພຈາກຕ່າງປະເທດຍັງເດີນໜ້າຄົ້ນຫາຜູ້ລອດຊີວິດຢ່າງຕໍ່ເນື່ອງ ເຖິງວ່າຈະຜ່ານມາເກືອບ 1 ອາທິດແລ້ວ.

      ເຖິງຢ່າງໃດກໍຕາມ, ແອມເນສຕີ້ ອິນເຕີເນຊັນແນລ ລາຍງານວ່າ: ກອງທັບມຽນມາຍັງໂຈມຕີທາງອາກາດຕໍ່ໄປພາຍຫລັງເກີດແຜ່ນດິນໄຫວ. ອີກທັງຫລາຍພື້ນທີ່ຂອງມຽນມາຢູ່ນອກການຄວບຄຸມຂອງລັດຖະບານທະຫານ ເນື່ອງຈາກຖືກປົກຄອງໂດຍກຸ່ມກະບົດຊາດພັນ ເຮັດໃຫ້ການປະເມີນສະຖານະການຕ່າງໆເຮັດໄດ້ຍາກຍິ່ງຂຶ້ນ.

        ໂດຍສື່ທ້ອງຖິ່ນມຽນມາຄື MRTV ລາຍງານວ່າ: ພົນເອກອາວຸໂສ ມິນອ່ອງຫລ່າຍ ປະທານສະພາບໍລິຫານແຫ່ງລັດ (SAC) ແລະ ນາຍົກລັດຖະມົນຕີມຽນມາ ຈະເດີນທາງເຂົ້າຮ່ວມກອງປະຊຸມຜູ້ນໍາ BIMSTEC ຄັ້ງທີ 6 ໃນວັນທີ 4 ເມສານີ້ ຢູ່ປະເທດໄທ ໂດຍເນັ້ນຈະຫາລືກ່ຽວກັບການຮັບມືແຜ່ນດິນໄຫວຄັ້ງໃຫຍ່ທີ່ເກີດຂຶ້ນ ທ່າມກາງສຽງຄັດຄ້ານຈາກບັນດາອົງກອນດ້ານສິດທິມະນຸດທີ່ຮຽກຮ້ອງໃຫ້ໄທປະຕິເສດບໍ່ໃຫ້ຜູ້ນໍາທະຫານມຽນມາເຂົ້າຮ່ວມກອງປະຊຸມລະດັບພາກພື້ນໃນຄັ້ງນີ້.

ອ້າງອີງ:

- 3 - ລັດຖະບານມຽນມາປະກາດຢຸດຍິງຊົ່ວຄາວ ເພື່ອຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!