ທ່ານ ໂດນັລ ທຣໍາ ປະກາດ ຂຶ້ນພາສີສິນຄ້ານໍາເຂົ້າຈາກຫລາຍປະເທດທົ່ວໂລກ ສປປ ລາວ ຕິດຕິດອັນດັບ 2 ສູງເຖິງ 48%

- 2025 04 02T202949Z 813414898 RC2WPDATUM9V RTRMADP 3 USA TRUMP TARIFFS 1 OG - ທ່ານ ໂດນັລ ທຣໍາ ປະກາດ ຂຶ້ນພາສີສິນຄ້ານໍາເຂົ້າຈາກຫລາຍປະເທດທົ່ວໂລກ ສປປ ລາວ ຕິດຕິດອັນດັບ 2 ສູງເຖິງ 48%
- kitchen vibe - ທ່ານ ໂດນັລ ທຣໍາ ປະກາດ ຂຶ້ນພາສີສິນຄ້ານໍາເຂົ້າຈາກຫລາຍປະເທດທົ່ວໂລກ ສປປ ລາວ ຕິດຕິດອັນດັບ 2 ສູງເຖິງ 48%

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ຂອງສະຫະລັດອາເມລິກາ ໃນວັນທີ 2 ເມສາ 2025 ຕາມເວລາທ້ອງຖິ່ນວ່າ: ທ່ານໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ໄດ້ປະກາດມາດຕະການເກັບພາສີສິນຄ້ານໍາເຂົ້າຂັ້ນຕ່ຳ 10% ແລະ ສູງເຖິງ 49% ຈາກຫລາຍປະເທດທົ່ວໂລກ, ຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 5 ເມສາ 2025ນີ້ ແລະ ສໍາລັບປະເທດທີ່ສະຫະລັດເຫັນວ່າເກັບພາສີ ຫລື ມີມາດຕະການທາງການຄ້າ ແບບບໍ່ເປັນທໍາ ຈະຖືກເກັບພາສີຕອບໂຕ້ (Reciprocal Tariff) ທີ່ສູງຂຶ້ນ, ເຊິ່ງຈະມີຜົນວັນທີ 9 ເມສາ 2025.

ໂດຍທ່ານ ທຣໍາ ກ່າວວ່າ ຈະເລີ່ມຕົ້ນ “ຍຸກທອງຄໍາ” ໃຫ້ອາເມລິກາ, ຮອດເວລາແລ້ວທີ່ສະຫະລັດອາເມລິກາຈະຕ້ອງ “ຈະເລີນຮຸ່ງເຮືອງ” ໂດຍຈະເລີ່ມເກັບພາສີນໍາເຂົ້າລົດຈາກຕ່າງປະເທດທັງໝົດ 25% ຈະເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປ(2 ເມສາ 2025) ແລະ ໃນວັນທີ 5 ເມສາ ຈະເລີ່ມເກັບພາສີສິນຄ້ານໍາເຂົ້າຈາກຕ່າງປະເທດທັງໝົດ 10% ແລະ ໃນວັນທີ 9 ເມສາ ຈະເລີ່ມເກັບພາສີນໍາເຂົ້າແຕ່ລະປະເທດທີ່ສູງຂຶ້ນ ຕາມທີ່ໄດ້ປະກາດໄວ້.

- Visit Laos Visit SALANA BOUTIQUE HOTEL - ທ່ານ ໂດນັລ ທຣໍາ ປະກາດ ຂຶ້ນພາສີສິນຄ້ານໍາເຂົ້າຈາກຫລາຍປະເທດທົ່ວໂລກ ສປປ ລາວ ຕິດຕິດອັນດັບ 2 ສູງເຖິງ 48%

ສໍາລັບລາຍຊື່ປະເທດທີ່ຖືກເອີ້ນເກັບພາສີນໍາເຂົ້າສິນຄ້າ ສູງເປັນອັນດັບຕົ້ນໆລວມມີ:

* ກໍາປູເຈຍ 49%

* ລາວ 48%

* ມາດາກັດສະກາ 47%

* ຫວຽດນາມ 46%

* ສີລັງກາ 44%

* ມຽນມາ 44%

* ບັງກະລາເທດ 37%

* ແຊັກບີ 37%

* ໄທ 35%

* ຈີນ 34%

* ສະວິດເຊີແລນ 31%

* ອິນເດຍ 26%

* ສ. ເກົາຫຼີ 25

* ຍີ່ປຸ່ນ 24%

* ສະຫະພາບຢູໂຣບ 20%

* ອັງກິດ 10% ແລະ ອີກຫລາຍປະເທດຈາກທົ່ວໂລກ ໂດຍເກັບພາສີຂັ້ນຕໍ່າ 10%.

- 3 - ທ່ານ ໂດນັລ ທຣໍາ ປະກາດ ຂຶ້ນພາສີສິນຄ້ານໍາເຂົ້າຈາກຫລາຍປະເທດທົ່ວໂລກ ສປປ ລາວ ຕິດຕິດອັນດັບ 2 ສູງເຖິງ 48%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!