ຫລິ້ນບຸນປີໃໝ່ລາວໃຫ້ມ່ວນຊື່ນ ຮັກສາໄດ້ຮີດຄອງປະເພນີອັນດີງາມ

- kitchen vibe - ຫລິ້ນບຸນປີໃໝ່ລາວໃຫ້ມ່ວນຊື່ນ  ຮັກສາໄດ້ຮີດຄອງປະເພນີອັນດີງາມ

ໂດຍ: ຜາຕຸງ

ທ້າຍເດືອນ ມີນາຜ່ານມານີ້ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໄດ້ອອກຂໍ້ຫ້າມຫຼາຍຂໍ້ກ່ຽວກັບການສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ພສ 2567-2568 ຊຶ່ງເປັນບຸນສຳຄັນໃນຮີດສິບສອງຄອງສິບສີ່  ປະເພນີອັນດີງາມ ທີ່ຄົນລາວຊາວພຸດເຄີຍປະຕິບັດສືບທອດ ຕໍ່ໆກັນມາເປັນເວລາອັນດົນນານ ຈະເລີ່ມຂຶ້ນ ແຕ່ວັນທີ 14-16 ເມສານີ້.

- Visit Laos Visit SALANA BOUTIQUE HOTEL - ຫລິ້ນບຸນປີໃໝ່ລາວໃຫ້ມ່ວນຊື່ນ  ຮັກສາໄດ້ຮີດຄອງປະເພນີອັນດີງາມ

ໃນບັນດາຂໍ້ຫ້າມເຫຼົ່ານັ້ນໄດ້ເນັ້ນໃຫ້ພ້ອມກັນປະຕິບັດຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ຫ້າມຫົດສາດນໍ້າເປື້ອນ-ນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫຼື ນໍ້າກ້ອນໃສ່ຖົງຢາງ ຫຼື ພາສະນະອື່ນໆ ດຶກ ແກ່ວງໃສ່ກັນ ຫຼື ນໍາໃຊ້ພາຫານະ ເລາະຫົດສາດນໍ້າໃສ່ຄົນທີ່ສັນຈອນຕາມເສັ້ນທາງ ແລະ ຫ້າມລັດທາງ ຫຼື ກວມເອົາເສັ້ນ ທາງເປັນບ່ອນຫຼິ້ນຕັ້ງຈຸດສີດ ຫຼື ຫົດນໍ້າກັນ;  ຫ້າມນຸ່ງເຄື່ອງໂປ້ເປືອຍຢູ່ບໍລິເວນວັດວາອາຮາມ,ສະຖານ ທີ່ສັກກະລະບູຊາ ແລະ ຢູ່ສະຖານທີ່ສາທາລະນະຕ່າງໆ; ຫ້າມຈັດງານສະແດງຕ່າງໆທີ່ທາງການບໍ່ໄດ້ອະນຸຍາດ ແລະ ເປີດສຽງເນືອງນັນຢູ່ໃກ້ໂຮງໝໍ ຫຼື ຊຸມຊົນໜາແໜ້ນ, ຂອບເຂດເສັ້ນທາງຄົນຍ່າງ (ຟຸດບາດ) ຫຼື ໜ້າເຮືອນຂອງຕົນເອງທີ່ສົ່ງສຽງລົບກວນຜູ້ເຈັບປ່ວຍ, ຜູ້ອາຍຸສູງ ແລະ ເດັກນ້ອຍ,

ຄຽງຄູ່ກັນນີ້ຍັງມີຂໍ້ຫ້າມນຳເຂົ້າ ແລະ ຈຳໜ່າຍໝາກກະໂພກ ແລະ ສິ່ທີ່ກໍໃຫ້ມີສຽງແຕກຢ່າງເດັດຂາດ, ໂຄມໄຟລອຍຟ້າ,  ຫ້າມຜູ້ຂັບລົດ ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມືນເມົາແລ້ວຂັບລົດ ແລະ ຫ້າມຈຳໜ່າຍ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງມຶນເມົາຢູ່ຕາມວັດວາອາຮາມ ແລະ ສະຖານທີ່ສັກກາ ລະບູຊາ;  ຫ້າມບຸກຄົນ, ນິຕິບຸກຄົນ ກໍຄືຮ້ານຄ້າ, ຕະຫຼາດກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາສິນຄ້າ, ຈໍາ ໜ່າຍສິນຄ້າ ບໍ່ໄດ້ມາດຕະຖານ, ເຊື່ອມຄຸນນະພາບ ຫຼື ໝົດອາຍຸເປັນການເອົາປຽບ ຫຼື ເປັນອັນຕະລາຍ ຕໍ່ຜູ້ບໍລິໂພກ ແລະ ອັນສຸດທ້າຍ ແມ່ນຫ້າມບຸກຄົນ ນໍາເອົາຍານພາຫະນະທຸກຊະນິດລົງໄປເຄື່ອນ ໄຫວ ຢູ່ຕາມຫາດຊາຍຕາມລຳແມ່ນໍ້າຂອງຢ່າງເດັດຂາດ (ຍົກເວັ້ນພາຫະນະກູ້ໄພ, ພາຫະນະຮັບໃຊ້ວຽກງານ ປກຊ-ປກສ).

ເວົ້າເລື່ອງຂໍ້ຫ້າມນີ້ ແຕ່ລະປີເພິ່ນກະເຮັດອອກມາໃຫ້ປະຕິບັດ ແຕ່ສັງເກດເຫັນວ່າ ເຖິງຈະມີຂໍ້ຫ້າມອອກມາ ແຕ່ກໍຍັງມີຄົນຈຳນວນໜຶ່ງບໍ່ເອົາໃຈໃສ່ປະຕິບັດຢ່າງຈິງຈັງເທື່ອເຮັດແບບຫູໜວກທວນລົມບໍ່ສົນໃຈໃນຄຳສັ່ງຂໍ້ຫ້າມດັ່ງກ່າວເຊັ່ນ: ດື່ມສິ່ງຂອງມຶນເມົາແລ້ວຂັບລົດ ລົດເມີດລະບຽບການສັນຈອນທາງບົກ, ຍັງມີໄວໜຸ່ມຍິງສາວຈຳນວນໜ້ອຍໜຶ່ງມັກແຕ່ງໂຕແບບບໍ່ສຸພາບ ນຸ່ງເຄື່ອງສັ້ນເຄື່ອງຫ້ຽນເຂົ້າຫົດສົງພະພຸດທະຮູບຢູ່ຕາມວັດວາອາຮາມບາງແຫ່ງ, ຕັ້ງກຸ່ມກ້ອນຢູ່ຕາມແຄມທາງລັດຫົດນຳ້ຜູ້ຄົນທຽວທາງ, ເປີດສຽງແຮງເກີນຂອບເຂດລົບກວນຄົນອື່ນ, ສຳຄັນແມ່ນການນຳໃຊ້ລົດແລະນ້ຳມັນຂອງລັດບັນຈຸນຳ້ເລາະຫົດສົງນ້ຳຕາມຈຸດຕ່າງໆແມ່ນຍັງມີໃຫ້ເຫັນຢູ່ ຈຶ່ງເປັນການເຮັດໃຫ້ມີຄວາມສູນເສຍຂອງພາກລັດ.

ພວກເຮົາຫຼິ້ນບຸນກຸດສົງການປີໃໝ່ລາວປີນີ້ ຖືເປັນປີທີ່ສຳຄັນຫຼາຍ ເພື່ອອະນຸລັກຮັກສາຄຸນຄ່າວັດທະ ນະທຳອັນດີງາມຂອງຊາດ ແລະ ສົ່ງເສີມການທ່ອງທ່ຽວ ທັງສາມາດສືບທອດປະເພນີອັນດີງາມ ທີ່ເປັນເອກະລັກຂອງຊາດ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງນະ ຄອນຫລວງວຽງຈັນ ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ເພື່ອສົ່ງເສີມກິດຈະກຳການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ມີສີສັນໂດດເດັ່ນ ແນໃສ່ດຶງດູດ ນັກທ່ອງທ່ຽວ  ທັງພາຍໃນ ແລະ ຕ່າງປະ ເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ນະຄອນຫລວງວຽງຈັນໃຫ້ເພີ່ມຂຶ້ນ.

ແຕ່ຂໍ້ຫ້າມເຫຼົ່ານີ້ ຈະປະກົດຜົນເປັນຈິງແລະສັກສິດໄດ້ ກໍຕໍ່ເມື່ອຄົນລາວທັງຊາດພ້ອມໃຈກັນປະຕິບັດໃຫ້ເຂັ້ມງວດ ຕາມລະບຽບກົດໝາຍ ຈຶ່ງຈະຮັກ ສາໄດ້ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ, ຮັກສາໄດ້ຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຄວາມສະອາດຈົບງາມຂອງຕົວເມືອງ ຕາມຄຳຂວັນ ສ ສະອາດ ທີ່ທາງນະຄອນຫຼວງວຽງຈັນວາງອອກ.

- 5 - ຫລິ້ນບຸນປີໃໝ່ລາວໃຫ້ມ່ວນຊື່ນ  ຮັກສາໄດ້ຮີດຄອງປະເພນີອັນດີງາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!