ເມືອງແອດ ກຳນົດ 4 ທ່າແຮງ ແລະ 6 ເປົ້າໝາຍໃຫຍ່ ໃນການພັດທະນາ 5 ປີຕໍ່ໜ້າ


ໂດຍ: ຜາຕຸງ
ເມືອງແອດຕັ້ງຢູ່ທິດເໜືອຂອງແຂວງຫົວພັນ ມີເສັ້ນທາງເຂົ້າເຖິງສອງສາຍທາງຄື: ເສັ້ນທາງເລກ6A ຍາວ132ກິໂລແມັດ ແລະ ທາງຊຳເໜືອໜອງຄ້າງ-ເມືອງແອດ ຍາວ 65 ກິໂລແມັດ, ຕິດກັບ 3 ເມືອງພາຍໃນແຂວງ ແລະ 71 ເມືອງຂອງ ສສ ຫວຽດນາມ ຄື ເມືອງຊົ່ງມ່າ; ມີເນື້ອທີ່ທັງໝົດ 1,330 ກິໂລຕາແມັດ, ມີ 77 ບ້ານ ມີພົນລະເມືອງ 28,537 ຄົນ,ຍິງ 13,826 ຄົນ, ລວມຍອດຜະລິດຕະພັນ ຫຼື GDP ໄດ້ 858,37 ຕື້ກວ່າກີບ ສະເລ່ຍພົນລະເມືອງໄດ້ຫຼາຍກວ່າ 6 ລ້ານກີບຕໍ່ປີ; ອາຊີບຕົ້ນຕໍແມ່ນ ປູກຝັງ – ລ້ຽງສັດ ແລະ ຄ້າຂາຍ-ການບໍລິການເປັນສຳຮອງ.
ໃນໄລຍະ 5 ປີ ຜ່ານມາ ເສດຖະກິດເມືອງແອດມີການພັດທະນາ ຢ່າງຕໍ່ເນື່ອງ ແລະ ມີຄວາມກ້າວໜ້າໃນຫຼາຍດ້ານເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື GDPບັນລຸ 800 ຕື້ກວ່າກີບ, ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງເພີ່ມຂຶ້ນເຖິງ 6 ລ້ານກວ່າກີບຕໍ່ປີ, ທົ່ວເມືອງມີເນື້ອທີ່ປູກພືດເປັນສິນຄ້າ 3 ພັນກວ່າເຮັກຕາ, ເດັ່ນກວ່າໝູ່ແມ່ນປູກສາລີ, ມັນຕົ້ນ ແລະ ປູກໝາກແໜ່ງ, ມີເນື້້ອທີ່ປູກເຂົ້າທັງໝົດ 2ພັນ9ຮ້ອຍກວ່າເຮັກຕາ, ມີເສັ້ນທາງເຂົ້າເຖິງທຸກບ້ານ, ໃນນີ້ ມີ 48 ບ້ານທີ່ທຽວໄດ້ສອງລະດູ, ມີ 64 ບ້ານໄດ້ຊົມໃຊ້ໄຟຟ້າຖາວອນ, ບ້ານທີ່ມີສັນຍານໂທລະສັບກວມເອົາ 84% ຂອງ ຈໍານວນບ້ານໃນທົ່ວເມືອງ, ສ້າງບ້ານພັດທະນາໄດ້ 45 ບ້ານ, ມີຄອບຄົວພົ້ນທຸກ 2 ພັນ 800 ກວ່າ ຄອບຄົວ, ປັດຈຸບັນຍັງມີຄອບຄົວທຸກຍາກ 2 ພັນ 200 ຄອບຄົວ.
ສໍາລັບທິດທາງແຜນການໃນຕໍ່ໜ້າອຳນາດການປົກຄອງເມືອງ ແອດ ຈະສືບສູ້ຊົນ ສຸມໃສ່ຂະຫຍາຍ ແລະ ພັດທະນາເສດຖະກິດໄປຕາມ 4 ທ່າແຮງຕົ້ນຕໍ ແລະ 6 ເປົ້າໝາຍໃຫຍ່ຄື: ການປູກຝັງ; ການລ້ຽງສັດ; ການທ່ອງທ່ຽວ ແລະ ການຄ້າຊາຍແດນ, ລວມຍອດພະລິດຕະພັນພາຍໃນເມືອງ GDP ໃຫ້ບັນລຸໄດ້ 2 ຮ້ອຍຕື້ກວ່າກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົໃຫ້ໄດ້ 7 ລ້ານກວ່າກີບຕໍ່ປີ ແກ້ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມລໍາລັດ 348/ລບ ຮອດປີ 2029 ໃຫ້ຍັງເຫຼືອບໍ່ເກີນ 29,86% ຂອງຄົວເຮືອນໃນທົ່ວເມືອງ; ສຸມໃສ່ພັດທະນາດ້ານວັດທະນະທຳ-ສັງຄົມ ດ້ວຍການກໍ່ສ້າງສັບພະຍາກອນມະນຸດຂັ້ນຕ່າງເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການເມືອງ, ຄຸນສົມບັດ, ສິນທໍາປະຕິວັດ, ລະດັບວິຊາສະເພາະຍົກສູງຄຸນນະພາບການສືກສາໃຫ້ສູງຂຶ້ນ ຂະຫຍາຍຕາໜ່າງການບໍລິການສາທາລະນາສຸກໃຫ້ທົ່ວເຖິງ ແລະ ດີຂຶ້ນກ່ວາເກົ່າ, ຍົກສະມັດຖະພາບການຜະລິດເຂົ້ານາປີ ແລະ ນາແຊງ ເຮັກຕາໜຶ່ງບໍ່ໃຫ້ຫຼຸດ 5 ໂຕນ, ຜະລິດພືດຜັກເພື່ອທົດແທນການນໍາເຂົ້າ, ຂະຫຍາຍເນື້ອທີ່ນາໃໝ່ບ່ອນທີ່ມີເງື່ອນໄຂ, ຮອດປີ 2029 ຈະສູ້ຊົນ ເຮັດໃຫ້ຄອບຄົວພົ້ນທຸກໃຫ້ໄດ້ 500 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 5 ບ້ານ, ອັດຕາຄວາມທຸກຍາກໃຫ້ຍັງເຫຼືອ 24 ກວ່າ% ຂອງຈໍານວນຄອບຄົວໃນທົ່ວເມືອງ; ສຶບຕໍ່ພົວພັນຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນບົນພື້ນຖານແນວທາງການຕ່າງປະເທດ ຂອງພັກ ແລະ ຂອບເຂດຄວາມຮັບຜິດຊອບຂອງເມືອງເຂົ້າສູ່ລວງເລີກ ແລະ ມີປະສິດທິຜົນ.
ສ່ວນ 6 ເປົ້າໝາຍໃຫຍ່ແມ່ນ: ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນຳໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດຂອງເມືອງມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ໝັ້ນທ່ຽງ ແລະ ຍືນຍົງ; ພັດທະນາຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ແລະ ສາມາດນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການພັດທະນາສັງຄົມໃຫ້ມີການຂະຫຍາຍຕົວ ແລະ ມີຄຸນນະພາບດີຂຶ້ນ; ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ, ການຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຍູຕິທຳ ແລະ ສີວິໄລ; ສຸດທ້າຍແມ່ນພື້ນຖານໂຄ່ງລ່າງໄດ້ຮັບການພັດທະນາທີ່ສາມາດເຊື່ອມຈອດ- ເຊື່ອມໂຍງພາຍໃນເມືອງ, ເມືອງຕໍ່ເມືອງ ແລະ ເມືອງຕໍ່ແຂວງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ.
ຢາກໄດ້ແນວນັ້ນ, ຄະນະພັກທຸກຂັ້ນ ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ປະຊາຊົນຊາວເມືອງແອດທຸກຄົນພາຍຕ້ອງເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ນຳພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຂອງເມືອງໃຫ້ປະກົດຜົນເປັນຈິງ, ພ້ອມທັງເຊີດຊູນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ,ມີສະຕິເປັນເຈົ້າຕົນເອງ, ເສີມຂະຫຍາຍມານະຈິດປະຕິວັດ, ເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ສ້າງສາພັດທະນາເມືອງແອດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ຢ່າງສຸດກົກສຸດປາຍ.