ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ມຽນມາໃກ້ເຖິງ 3,000 ຄົນ ທີມກູ້ໄພເລັ່ງຊ່ວຍເຫລືອຕໍ່ເນື່ອງ

- Myanmar quake survivors - ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ມຽນມາໃກ້ເຖິງ 3,000 ຄົນ ທີມກູ້ໄພເລັ່ງຊ່ວຍເຫລືອຕໍ່ເນື່ອງ
- kitchen vibe - ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ມຽນມາໃກ້ເຖິງ 3,000 ຄົນ ທີມກູ້ໄພເລັ່ງຊ່ວຍເຫລືອຕໍ່ເນື່ອງ

        ທາງການມຽນມາລະບຸວ່າ: ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຄັ້ງໃຫຍ່ຢູ່ມຽນມາໃກ້ເຖິງ 3,000 ຄົນແລ້ວ, ບາດເຈັບອີກ 4,500 ກວ່າຄົນ ແລະ ຍັງສູນຫາຍອີກ 400 ກວ່າຄົນ. ຂະນະທີ່ທີມກູ້ໄພ ໂດຍສະເພາະຈາກຕ່າງປະເທດ ເລັ່ງຊ່ວຍເຫລືອຢ່າງຕໍ່ເນື່ອງ. ສ່ວນສະຫະປະຊາຊາດປະກາດເຕືອນໃຫ້ນາໆຊາດສົ່ງມອບການຊ່ວຍເຫລືອໃຫ້ມຽນມາ ກ່ອນລະດູມໍລະສຸມຈະມາເຖິງໃນມໍ່ໆນີ້ ເຊິ່ງອາດເຮັດໃຫ້ສະຖານະການໂດຍລວມຍາກລໍາບາກຍິ່ງຂຶ້ນ.

       ກຸ່ມພັນທະມິດ Three Brotherhood Alliance ເຊິ່ງເປັນກຸ່ມກະບົດສໍາຄັນຢູ່ມຽນມາ ໄດ້ປະກາດຢຸດຍິງຝ່າຍດຽວເປັນເວລາ 1 ເດືອນ ເພື່ອສະໜັບສະໜູນການໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາຕໍ່ຜູ້ປະສົບໄພແຜ່ນດິນໄຫວ.

- Visit Laos Visit SALANA BOUTIQUE HOTEL - ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ມຽນມາໃກ້ເຖິງ 3,000 ຄົນ ທີມກູ້ໄພເລັ່ງຊ່ວຍເຫລືອຕໍ່ເນື່ອງ

        ຂະນະທີ່ຈໍານວນຜູ້ເສຍຊີວິດຢູ່ໄທຫລ້າສຸດ ຕາມລາຍງານຈາກສູນເອຣາວັນມີ 22 ຄົນ ແລະ ບາດເຈັບອີກ 34 ຄົນ ເຊິ່ງໃນຈໍານວນນນີ້ 11 ຄົນ ປິ່ນປົວຢູ່ໂຮງໝໍ ສ່ວນທີ່ເຫລືອກັບບ້ານໄດ້.

ອ້າງອີງ:

- 3 - ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ມຽນມາໃກ້ເຖິງ 3,000 ຄົນ ທີມກູ້ໄພເລັ່ງຊ່ວຍເຫລືອຕໍ່ເນື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!