ເປີດງານສັບປະດາດິຈິຕອນລາວ 2025

- 487953752 966186475495937 4006296114887272109 n - ເປີດງານສັບປະດາດິຈິຕອນລາວ 2025
- kitchen vibe - ເປີດງານສັບປະດາດິຈິຕອນລາວ 2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີເປີດງານ ສັບປະດາດິຈິຕອນລາວ 2025 (Digital Week 2025) ໃນວັນທີ 2 ເມສາ 2025, ທີ່ຫໍປະຊຸມແຫ່ງຊາດ ເຊິ່ງເປັນປີທີ 3 ທີ່ທາງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານມະຫາກໍາທາງດ້ານເຕັກໂນໂລຊີດິຈິຕອນຂຶ້ນ. ໂດຍການເຂົາຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ປະເສີດ ຈັນທະຣະຣວງທອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງດິຈິຕອນເພື່ອເສດຖະກິດ ແລະ ສັງຄົມ ແຫ່ງຣາຊະອານາຈັກໄທ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນກ່ຽວເຂົ້າຮ່ວມ.

ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວໃນພິທີເປີດງານສັບປະດາດິຈິຕອນ 2025ວ່າ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານ ສັບປະດາດິຈິຕອນ 2025 (Digital Week 2025) ຂຶ້ນເລີ່ມແຕ່ ວັນທີ 2-6 ເມສາ ພາຍໃຕ້ຄໍາຂວັນ “ພັດທະນາໂຄງລ່າງພື້ນຖານດິຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ” ຊຶ່ງງານດັ່ງກ່າວຈະເປັນ ເວທີແລກປ່ຽນ ແລະ ເປີດໂອກາດໃຫ້ບັນດາ ຜູ້ປະກອບການ, ນັກຮຽນ, ນັກສຶກສາ, ນັກວິຊາການດ້ານເຕັກໂນໂລຊີ, ໂທລະຄົມ ແລະ ຄວາມປອດໄພໄຊເບີ ໄດ້ມາສະແດງທັດສະນະແລກປ່ຽນຄຳຄິດຄຳເຫັນ ແລະ ວາງສະແດງຜະລິດຕະພັນ, ແລກປ່ຽນຄວາມຮູ້ ປະສົບການ ໃນການພັດທະນາເຕັກໂນໂລຊີດິຈິຕອນ ເພື່ອນໍາໄປຜັນຂະຫຍາຍທຸລະກິດ ແລະ ວຽກງານຂອງຕົນ.

- 487980805 966186688829249 8398129895664863180 n 1024x682 - ເປີດງານສັບປະດາດິຈິຕອນລາວ 2025

ງານສັປປະດາດິຈິຕອນລາວ 2025 ຄັ້ງນີ້ ມີຫຼາຍກິດຈະກໍາທີ່ສໍາຄັນ ເປັນຕົ້ນແມ່ນ:
1) ກອງປະຊຸມສໍາມະນາ ພະນັກງານການນໍາລະດັບສູງກ່ຽວກັບການຫັນເປັນດິຈິຕອນ ຂອງ ສປປ ລາວ ຊຶ່ງຈະໄດ້ຮັບຟັງບົດຮຽນການຫັນເປັນດິຈິຕອນ ຢູ່ ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກ ກໍາປູເຈຍ ແລະ ບາງປະເທດ ອາຊຽນ. ຈະໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຫັນເປັນດິຈິຕອນ ຢູ່ ປະເທດເຮົາ ແລະ ຮັບຟັງການໂອ້ລົມຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
2) ເວທີສໍາມະນາ ແລະ ການຝຶກອົບຮົມ: ເປັນເວທີຖ່າຍທອດ ແລະ ແລກປ່ຽນຄວາມຮູ້ດ້ານດິຈິຕອນ ໂດຍມີບັນດາທ່ານ ລັດຖະມົນຕີ, ຮອງ ລັດຖະມົນຕີ ແລະ ມີບັນດານັກວິທະຍາກອນທີ່ມີຄວາມຊຳນານ ແລະ ປະສົບການສູງທັງພາຍໃນ ແລະ ຕ່າງປະເທດເປັນຜູ້ບັນລະຍາຍ ໃນຫົວຂໍ້ຕ່າງໆ ໂດຍສະເພາະ ເຕັກໂນໂລຊີ ປັນຍາປະດິດ AI ແລະ ຫຸ່ນຍົນ Robotic. ການຝຶກອົບຮົມ ແລະ ສໍາມະນາດັ່ງກ່າວຈະເປີດໂອກາດໃຫ້ທຸກພາກສ່ວນໄດ້ເຂົ້າຮ່ວມ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.
3) ການວາງສະແດງສິນຄ້າ ແລະ ນະວັດຕະກໍາ ທາງດ້ານດິຈິຕອນ: ມີບັນດາໜ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດ ຂະໜາດນ້ອຍ, ຂະໜາດກາງ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 100 ບູດ ເພື່ອວາງສະແດງຜະລິດຕະພັນ ແລະ ສິນຄ້າຂອງຕົນ ເຊັ່ນ: ເຕັກໂນໂລຊີ ປັນຍາປະດິດ AI, ກຸ່ມຂໍ້ມູນຜູກພັນ, ອິນເຕີເນັດແຫ່ງຊາດ ລວມເຖິງ Cloud Computing, ຄວາມປອດໄພທາງໄຊເບີ, ຜະລິດຕະພັນຄອມພິວເຕີຕ່າງໆ, ຊອຟແວ ແລະ ອື່ນໆ. ນອກຈາກນີ້, ກໍຍັງຈະໄດ້ນໍາສະເໜີການເປີດຕົວ, ຫຼຸດລາຄາສິນຄ້າຢ່າງຫຼວງຫຼາຍ ແລະ ຈັບສະຫຼາກລຸ້ນຮັບລາງວັນ ຈາກບັນດາບໍລິສັດຕ່າງໆ.
4) ການແຂ່ງຂັນ ລາງວັນ ICT, Hackathone ແລະ Makerthon : ຈະເປັນເວທີ່ສໍາຄັນທີ່ສຸດຂອງ ສປປ ລາວ ໃນການຄັດເລືອກ ຜະລິດຕະພັນຂອງຄົນລາວ ທີ່ດີເດັ່ນທາງດ້ານດິຈິຕອນ ເພື່ອເຂົ້າແຂ່ງຂັນໃນເວລາທີສາກົນ ໂດຍສະເພາະການແຂ່ງຂັນປະຈໍາປີລະດັບພາກພື້ນ. ພ້ອມນັ້ນ, ກໍມີ ການແຂ່ງຂັນ ຂຽນໂປຣແກຣມ ຫຼື ຄວາມສາມາດຂອງນັກປະດິດຄົນລາວ.
5) ໃນງານສັບປະດາດິຈິຕອນຄັ້ງນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຈັດກອງປະຊຸມພົບປະສອງຝ່າຍ ກັບບັນດາປະເທດຮ່ວມຄູ່ພັດທະນາຈາກ ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກ ກໍາປູເຈຍ, ຣາຊະອານາຈັກໄທ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືພັດທະນາເຕັກໂນໂລຊີດິຈິຕອນ ສໍາລັບປະເທດລາວ.
6) ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຊື້ອເຊີນບັນດາການນໍາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານຂອງທຸກແຂວງເຂົ້າຮ່ວມກອງປະຊຸມວຽກງານເຕັກໂນໂລຊີ ແລະ ການສື່ສານ ແລະ ກິດຈະກໍາອື່ນໆອີກ.

ທີ່ມາ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

- 5 - ເປີດງານສັບປະດາດິຈິຕອນລາວ 2025
- 4 - ເປີດງານສັບປະດາດິຈິຕອນລາວ 2025
- 3 - ເປີດງານສັບປະດາດິຈິຕອນລາວ 2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!