ໄຟໄໝ້ທໍ່ສົ່ງແກັສຢູ່ມາເລເຊຍ ມີຜູ້ບາດເຈັບແລ້ວ 100 ກວ່າຄົນ


ເກີດເຫດໄຟໄໝ້ຄັ້ງໃຫຍ່ທໍ່ສົ່ງແກັສຂອງບໍລິສັດພະລັງງານແຫ່ງຊາດ Petronas ໃນລັດສາລັງງໍ ໃກ້ນະຄອນຫລວງກົວລາລໍາເປີ ເມືອງຫລວງຂອງມາເລເຊຍ ໃນວັນທີ 1 ເມສາ. ເບື້ອງຕົ້ນມີຜູ້ໄດ້ຮັບບາດເຈັບແລ້ວ 100 ກວ່າຄົນ ເຊິ່ງປັດຈຸບັນຖືກນໍາສົ່ງໂຮງໝໍທີ່ຢູ່ໃກ້ຄຽງແລ້ວ.
ເປວໄຟຂະໜາດໃຫຍ່ ແລະ ມີຄວັນດໍາລອຍຂຶ້ນທ້ອງຟ້າ, ຂະນະທີ່ນັກມອດໄຟພະຍາຍາມຄວບຄຸມໄຟບໍ່ໃຫ້ຂະຫຍາຍເປັນວົງກວ້າງ ໂດຍມີທີ່ພັກອາໄສຂອງປະຊາຊົນຈໍານວນໜຶ່ງໄດ້ຮັບຄວາມເສຍຫາຍ.
ປັດຈຸບັນ Petronas ໄດ້ປິດວາວ ແລະ ແກ້ໄຂການຮົ່ວໄຫລຂອງແກັສຈາກທໍ່ສົ່ງແກັສໃນພື້ນທີ່ດັ່ງກ່າວແລ້ວ. ພ້ອມລະບຸວ່າ: ກໍາລັງເຮັດວຽກຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງຢ່າງໃກ້ຊິດ ເພື່ອຄວາມປອດໄພຂອງຊຸມຊົນ ແລະ ຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
ເຖິງຢ່າງໃດກໍຕາມ, ທາງການທ້ອງຖິ່ນຂອງລັດສາລັງງໍປະກາດເຕືອນໃຫ້ປະຊາຊົນໃນພື້ນທີ່ສ່ຽງໄພ ແລະ ພື້ນທີ່ໃກ້ຄຽງຫລີກລ່ຽງການເຂົ້າພື້ນທີ່ດັ່ງກ່າວ ຈົນກວ່າທີມມອດໄຟຈະຄວບຄຸມໄຟໄດ້ຢ່າງສົມບູນ ແລະ ປະກາດວ່າປອດໄພ ເນື່ອງຈາກອາດມີແກັສຕົກຄ້າງຢູ່ພາຍໃນທໍ່ ເຖິງວ່າຈະປິດວາວແລ້ວກໍຕາມ ໂດຍລັດຖະມົນຕີມາເລເຊຍສັ່ງເດີນໜ້າກວດສອບເຫດການໄຟໄໝ້ຄັ້ງນີ້ຢ່າງລະອຽດ.
ອ້າງອີງ:
- https://www.reuters.com/world/asia-pacific/huge-fire-petronas-gas-pipeline-malaysia-injures-33-2025-04-01/
- https://edition.cnn.com/2025/04/01/asia/burst-gas-pipe-fire-malaysia-intl-hnk/index.html
- https://www.theguardian.com/world/2025/apr/01/kuala-lumpur-putra-heights-fire-selangor-malaysia-explosion-updates