ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

- 487762797 1140599224761049 7497225726692880825 n - ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ
- kitchen vibe - ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

ວັນທີ 1 ເມສາ 2025 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ທີ່ ສສ ມຽນມາ ໃນວັນທີ 28 ມີນາ 2025 ຊຶ່ງມີເນື້ອໃນດັ່ງນີ້:

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ແລະ ຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງສາທາລະນະລັດ ສະຫະພາບ ມຽນມາ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການແຜ່ນດິນໄຫວໃນຄັ້ງນີ້.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ
- 487809646 1140599418094363 2621325266209890179 n 1024x683 - ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເອົາໃຈໃສ່ຢ່າງເຂັ້ມແຂງ ຂອງລັດຖະບານ, ປະຊາຊົນແຫ່ງສາທາລະນະລັດ ສະຫະພາບ ມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ.

- 3 - ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!