ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຢູ່ມຽນມາສູງເຖິງ 2,000 ຄົນ ລັດຖະບານໄວ້ອາໄລຫລຸດທຸງລົງເຄິ່ງເສົາ 1 ອາທິດ


ລັດຖະບານມຽນມາເປີດເຜີຍວ່າ: ປັດຈຸບັນ ຈໍານວນຜູ້ເສຍຊີວິດຈາກແຜ່ນດິນໄຫວຄັ້ງໃຫຍ່ຂະໜາດ 7.7 ຢູ່ມຽນມາສູງເຖິງ 2,056 ຄົນ, ບາດເຈັບຫລາຍກວ່າ 3,900 ຄົນ ແລະ ຍັງສູນຫາຍອີກປະມານ 270 ຄົນ ໂດຍລັດຖະບານໄດ້ປະກາດໃຫ້ມີການຢືນໄວ້ອາໄລ 1 ນາທີໃນວັນທີ 1 ເມສາ ແລະ ຫລຸດທຸງລົງເຄິ່ງເສົາເປັນເວລາ 1 ອາທິດ.
ເມືອງມັນທະເລເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ, ໂຮງໝໍຫລາຍແຫ່ງຢູ່ມັນທະເລຕ້ອງອົບພະຍົບຄົນໄຂ້ໄປຢູ່ກາງແຈ້ງ ເນື່ອງຈາກອາຄານໄດ້ຮັບຄວາມເສຍຫາຍ. ອີກທັງສະພາບອາກາດທີ່ຮ້ອນອົບເອົ້າສົ່ງຜົນເຮັດໃຫ້ການຊ່ວຍເຫລືອເປັນໄປຢ່າງຍາກລໍາບາກ ແລະ ເລັ່ງການເນົ່າເປື່ອຍຂອງສົບ.
ອົງການອະນາໄມໂລກ (WHO) ປະກາດໃຫ້ເຫດການນີ້ເປັນສະຖານະການສຸກເສີນລະດັບສູງສຸດ ແລະ ຂໍລະດົມທຶນ 8 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອຮີບດ່ວນ. ຂະນະທີ່ລັດຖະບານມຽນມາເລີ່ມເປີດຮັບການຊ່ວຍເຫລືອຈາກຕ່າງປະເທດ ໂດຍສະເພາະຈີນ, ຣັດເຊຍ ແລະ ອິນເດຍ.
ເຫດການນີ້ບໍ່ພຽງສ້າງຄວາມສູນເສຍຢ່າງຮ້າຍແຮງຕໍ່ມຽນມາ, ແຕ່ຍັງເນັ້ນໃຫ້ເຫັນເຖິງຄວາມບອບບາງຂອງພາກພື້ນຕໍ່ໄພທໍາມະຊາດ ທ່າມກາງສົງຄາມກາງເມືອງທີ່ດໍາເນີນມາກວ່າ 4 ປີແລ້ວ ໂດຍປັດຈຸບັນທາງການມຽນມາ ລວມທັງທາງການໄທ ແລະ ປະເທດອື່ນໆ ທີ່ໄດ້ຮັບຜົນກະທົບຍັງເລັ່ງເດີນໜ້າຄົ້ນຫາຜູ້ລອດຊີວິດຈາກແຜ່ນດິນໄຫວຄັ້ງນີ້ຢ່າງເຕັມຄວາມສາມາດ.
ອ້າງອີງ: