ໃຊ້ງົບ 3 ຕື້ກີບປັບປຸງສວນນ້ຳພຸໃຫ້ມີໂສມໜ້າໃໝ່ຕ້ອນຮັບປີທ່ອງທ່ຽວລາວ


ການປ່ຽນໂສມໜ້າໃໝ່ຂອງສວນນ້ຳພຸ ຈາກຮ້ານອາຫານມາເປັນສວນນ້ຳພຸ ເພື່ອ ເປັນສວນສາທາລະນະຫລາຍຂຶ້ນ, ພ້ອມທັງສ້າງສິ່ງແວດລ້ອມໃຫ້ສວຍງາມ ແລະ ກາຍເປັນສະຖານທີ່ພັກຜ່ອນ ແລະ ເຂົ້າມາຖ່າຍຮູບໄດ້, ໂດຍບໍ່ຕ້ອງມີຄ່າໃຊ້ຈ່າຍໃດໆ, ສວນນ້ຳພຸ ຕັ້ງຢູ່ຈຸດໃຈກາງຢ່າງມີສີສັນຂອງນະຄອນຫລວງວຽງຈັນ.


ທ່ານນາງ ດາລຸນນີ ພູມມະສັກ ຜູ້ຈັດການສວນນ້ຳພຸ ໃຫ້ຮູ້ວ່າ: ການປ່ຽນຊື່ໃໝ່ຈາກຮ້ານມິກ ມາເປັນສວນນ້ຳພຸ ໃຫ້ເຂົ້າກັບຮູບແບບໃໝ່ທີ່ເຮົາໄດ້ປັບປຸງ ເພື່ອການມີສ່ວນຮ່ວມຂອງຊຸມຊົນຫລາຍຂຶ້ນ, ໂດຍໄດ້ມອບໃຫ້ຫ້າງຮ້ານຕ່າງໆເຂົ້າມາເປີດຂາຍອາຫານ ແລະ ເຄື່ອງດື່ມຫລາຍຂຶ້ນ, ສ່ວນການຕົບແຕ່ງແມ່ນໄດ້ມີການທາສີ, ຕົບແຕ່ງຮ້ານໃຫ້ມີຄວາມແປກໃໝ່ ແລະ ທັນສະໄໝຂຶ້ນ, ໂດຍໄດ້ແບ່ງອອກເປັນໂຊນຕ່າງໆຄື: ໂຊນແບບໄວໜຸ່ມ, ໂຊນວີໄອພີ, ໂຊນຊົມວິວທິວທັດຂອງຕົວເມືອງ, ໂຊນ Bar ແລະ Cacktail, ໂຊນແບບເປັນສວນ (ນັ່ງກິນເຂົ້າໃກ້ຊິດນ້ຳພຸ), ພ້ອມຟັງດົນຕີສົດໃນທຸກຄ້ຳຄືນອີກດ້ວຍ.


ການປັບປຸງດັ່ງກ່າວ ໃຊ້ງົບປະມານທັງໝົດ 3 ຕື້ກີບ, ໂດຍເນັ້ນໃຫ້ເປັນທ່ອງທ່ຽວຈັດງານກິດຈະກຳປີໃໝ່, ກິດຈະກຳບຸນເທດສະການຕ່າງໆ ເພື່ອເປັນການຈຸດສົນໃຈ ແລະ ຮອງຮັບໃຫ້ເປັນບ່ອນທ່ອງທ່ຽວຂອງຊຸມຊົນ ແລະ ໃນອະນາຄົດ ສວນນ້ຳພຸ ຈະໄດ້ຮັບການຮັກສາ ແລະ ພັດທະນາໃຫ້ດີຂຶ້ນໄປເລື້ອຍໆ ເພື່ອໃຫ້ແທດເໝາະກັບຄວາມງົດງາມຂອງຕົວເມືອງຫລວງ.

