ສະມາຊິກພັກຕ້ອງເປັນແວ່ນແຍງອັນໃສແຈ້ງແກ່ມະຫາຊົນ


ໂດຍ: ທິດກໍ່າ
ການສະເຫລີມສະຫລອງ ວັນສ້າງຄັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ວັນທີ 22 ມີນາ ທີ່ຜ່ານມາ ເປັນວັນສຳຄັນຂອງບັນດາສະຫາຍທີ່ໄດ້ເປັນສະມາຊິກພັກຈໍານວນຫລາຍແສນຄົນໃນທົ່ວປະເທດ. ໃນແຕ່ລະປີ ເມື່ອເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ບັນດາສະຫາຍທີ່ເປັນສະມາຊິກພັກທຸກທົ່ວໜ້າຕ່າງກໍພາກພູມໃຈຕໍ່ຕົນເອງທີ່ໄດ້ຜ່ານການຝຶກຝົນຫລໍ່ຫລອມໃນແປວໄຟແຫ່ງພາລະກິດໜ້າທີ່ການງານມາຢ່າງລະອຽດລະອ້ຽວຈົນວ່າການຈັດຕັ້ງເຊື່ອໝັ້ນຮັບເຂົ້າເປັນສະມາຊິກຂອງພັກ.
ກ່ອນຈະໄດ້ເຂົ້າເປັນສະມາຊິກຂອງພັກ ມັນກໍບໍ່ແມ່ນເລື່ອງທີ່ງ່າຍດາຍ ຕ້ອງຜ່ານການຕິດຕາມຜົນງານຄຸນສົມບັດປະຕິວັດມີປະຫວັດຈະແຈ້ງ ແລະ ຄົບຖ້ວ ຕາມເງື່ອນໄຂຈຶ່ງໄດ້ເຂົ້າເປັນສະມາຊິກຂອງພັກ. ຜ່ານຈາກສະມາຊິກພັກສໍາຮອງ, ຈົນກ້າວເຂົ້າເປັນສະມາຊິກພັກສົມບູນ. ນອກຈາກໄດ້ຜ່ານຂັ້ນຕອນຕ່າງໆແລ້ວ ທຸກສະຫາຍຍັງໄດ້ປະຕິຍານຕໍ່ພັກວ່າຈະສັດຊື່ບໍລິສຸດ, ຈົງຮັກພັກດີຕໍ່ພັກ, ຮັບໃຊ້ການປະຕິວັດຢ່າງສຸດກົກສຸດປາຍ, ຈະຝຶກຝົນຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ທີ່ດີ, ເດັດດ່ຽວຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ຜ່ານຂະບວນວິວັດໃນໜ້າທີການງານ ມີຫລາຍສະຫາຍກໍໄດ້ກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ມະຫາຊົນທົ່ວໄປ, ຫລາຍສະຫາຍກໍມີຄວາມກ້າວໜ້າບຸກບືນຈົນກາຍເປັນພະນັກງານຫລັກແຫລ່ງການ ນໍາໃນທຸກຂົງເຂດວຽກງານ. ພິເສດໃນຍຸກສົງຄາມຕໍ່ສູ້ກູ້ຊາດມີຈໍານວນບໍ່ໜ້ອຍໄດ້ເສຍສະຫລະຊີວິດເພື່ອປະເທດຊາດ ມີຫລາຍສະຫາຍກໍໄດ້ເປັນວິລະຊົນແຫ່ງຊາດ, ເປັນນັກຮົບແຂ່ງຂັນ ແລະ ອື່ນໆ.
ພໍຕົກມາໃນຍຸກສ້າງສາພັດທະນາປະເທດຊາດມີຈໍານວນຫລວງຫລາຍໄດ້ເປັນເຈົ້າເປັນນາຍ, ເປັນເຈົ້າເມືອງເຈົ້າແຂວງ, ເປັນລັດຖະມົນຕີ, ຮອງລັດຖະມົນຕີ, ເປັນນາຍພົນ, ນາຍພັນ, ເປັນພະນັກງານຫລັກແຫລ່ງ, ເປັນນັກທຸລະກິດ, ນັກວິຊາການ, ເປັນວິສະວະກອນ, ກໍາມະກອນ, ກະສິກອນ ແລະ ພະນັກງານລັດຖະກອນໃນທຸກຂົງເຂດວຽກງານນັບແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ຮາກຖານການຜະລິດ.
ແຕ່ຢ່າງໃດກໍດີ, ໄປຄຽງຄູ່ກັນນີ້ ກໍຍັງມີສະມາຊິກພັກຈໍານວນໜ້ອຍບໍ່ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ມະຫາຊົນ ແລະ ປະຊາຊົນຢູ່ໃນກົມກອງທ້ອງຖິ່ນທີ່ຕົນຮັບຜິດຊອບ ເປັນຕົ້ນສວຍໂອກາດເອົາບົດບາດ, ໜ້າທີ່ຕໍາແໜ່ງຂອງພັກໄປໃນທາງທີ່ບໍ່ຖືກຕ້ອງ ຜິດເຂວໄປຈາກແນວທາງແລະອຸດົມຄະຕິຂອງພັກ ຫາຜົນປະໂຫຍດແກ່ຕົນເອງ ແລະ ພວກພ້ອງເປັນຕົ້ນ ເກີດການສໍ້ລາດບັງຫລວງສໍ້ຫລວງບັງລາດ, ຕັດໄມ້ທໍາລາຍປ່າ, ຈັບຈ່ອງສໍ້ໂກງເອົາເງິນຄໍາ, ຊັບໃນດິນສິນໃນນໍ້າເພື່ອຄູນຮັ່ງຄູນມີໃຫ້ຕົນເອງຄອບຄົວ ແລະ ພວກພ້ອງ ຈົນເຮັດໃຫ້ບົດບາດອິດທິພົນຂອງພັກມົວໝອງ, ປະເທດຊາດຕົກຢູ່ໃນຊາຕາກໍາລໍາບາກ, ເງິນກີບອ່ອນຄ່າ, ເຂົ້າຍາກໝາກແພງ, ຄ່າແຮງຕໍ່າ ເປັນຜົນສະທ້ອນຕໍ່ການຂະຫຍາຍຕົວຂອງສັງຄົມ.
ຫາກຕັ້ງໂຈດກັນວ່າ, ຈາກສະພາບວິກິດທີ່ມີຜົນກະທົບຢູ່ໃນປັດຈຸບັນ ພວກເຮົາຈະພ້ອມກັນແກ້ໄຂແນວໃດ. ຄໍາຕອບກໍຄື ອະນາຄົດຂອງຊາດມັນຂຶ້ນກັບບັນດາສະຫາຍສະມາຊິກພັກ, ອົງຄະນະພັກທຸກຂັ້ນຕ້ອງເປັນແວ່ນແຍງທີ່ໃສແຈ້ງ, ສັດຊື່ບໍລິສຸດ, ຖືຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນທີ່ຕັ້ງ, ເວົ້າໄດ້ຕ້ອງເຮັດໄດ້, ກົດໝາຍຕ້ອງເຂັ້ມແຂງເດັດຂາດ, ເດັດດ່ຽວກໍາຈັດສິ່ງຫຍໍ້ທໍ້ພາຍໃນພັກ, ພາຍໃນລັດ, ບໍ່ລວາດແຂ້ວເຕົ່າເອົາແຕ່ທິດສະດີ, ປະຕິບັດກົດໝາຍໃຫ້ກາຍເປັນກົດເຫລັກ ລົບລ້າງກົດໝູ່, ລົບລ້າງບັນດານະໂຍບາຍທີ່ທໍາລາຍບາດກ້າວເດີນຂອງປະເທດຊາດ ແລະ ເຊື່ອໝັ້ນວ່າ ເຮົາຕ້ອງເຮັດໄດ້ຢ່າງແນ່ນອນ ເພາະພັກເປັນຜູ້ກໍາອໍານາດ.