70 ປີໃຕ້ການນໍາພາຂອງພັກ


ໂດຍ: ທິດກໍ່າ
ມາຮອດປີ 2025 ເປັນປີຄົບຮອບ 70 ປີແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ. ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ພັກປະຊາຊົນປະຕິວັດລາວເປັນພັກຂອງຊົນຊັ້ນກໍາມະຊີບໂດຍລວມ ຫລື ເວົ້າອີກຢ່າງໜຶ່ງແມ່ນເປັນພັກພັນທະພາບກໍາມະກອນຊາວນາທີ່ມາຈາກປະຊາຊົນເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ, ໃນນັ້ນປະກອບມີຊົນຊັ້ນກໍາມະກອນ, ຊາວໄຮ່ນາ ແລະ ປັນຍາຊົນທີ່ຮັກຊາດ ຕະຫລອດກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ເຮັດໜ້າທີ່ພິທັກຮັກສາປະເທດຊາດເພື່ອປົກປ້ອງມາຕຸພູມອັນແສນຮັກ ແລະ ຫວງແຫນຂອງຊາດລາວ ປະຊາຊົນລາວບັນດາເຜົ່າທັງມວນ.
ຕະຫລອດໄລຍະ 70 ປີ ພາຍໃຕ້ການນໍາພາຂອງພັກ ນັບແຕ່ມື້ໄດ້ຮັບການສ້າງຂຶ້ນຈົນມາຮອດປັດຈຸບັນ ໄດ້ພິສູດໃຫ້ພວກເຮົາເຫັນວ່າ: ພັກປະຊາຊົນປະຕິວັດລາວເປັນພັກທີ່ແຂງແກ່ນ, ເດັດດ່ຽວໜຽວແໜ້ນ, ເຕີບໃຫຍ່ເຂັ້ມແຂງ ແລະ ໝັ້ນຄົງ ສາມາດນໍາພາປະເທດຊາດ ແລະ ປະຊາຊົນກ້າວສູ່ຄວາມຈະເລີນຮຸ່ງເຮືອງຕາມຍຸກຕາມສະໄໝຈົນມາຮອດທຸກວັນນີ້. ຜ່ານໄລຍະປະຫວັດສາດແຫ່ງການນໍາພາຂອງພັກເຮົາແມ່ນຜ່ານພົ້ນໄປດ້ວຍສອງໄລຍະຄື: ໄລຍະນໍາພາການປະຕິວັດຊາດປະຊາທິປະໄຕໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ເພື່ອຄວາມເປັນເອກະລາດ ແລະ ອະທິປະໄຕຂອງຊາດ. ສ່ວນໄລຍະທີສອງນັ້ນແມ່ນນໍາພາປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ ເຊິ່ງມາຮອດປັດຈຸບັນ ປະເທດຊາດບ້ານເມືອງຂອງພວກເຮົາໄດ້ມີການປ່ຽນແປງ ແລະ ພັດທະນາດ້ານເສດຖະກິດ ແລະ ສັງຄົມລື່ນຍຸກກ່ອນທີ່ບໍ່ເຄີຍມີໃນປະຫວັດສາດຂອງຊາດລາວຄົນລາວ. ຈາກສາເຫດດັ່ງກ່າວກໍຍ້ອນວ່າພັກເຮົາໄດ້ວາງແນວທາງຢ່າງຖືກຕ້ອງສອດຄ່ອງກັບຍຸກສະໄໝແຕ່ລະໄລຍະ.
ເມື່ອຫວນຄືນພາລະກໍາປະຫວັດສາດແຫ່ງການນໍາພາຂອງພັກເຮົາໃນໄລຍະ 70 ປີຜ່ານມາແມ່ນປ່ຽມລົ້ນໄປດ້ວຍຜົນງານອັນຍິ່ງໃຫຍ່ມະຫາສານ ເປັນຕົ້ນໃນໄລຍະນໍາພາເຮັດການປະຕິວັດຕໍ່ສູ້ກູ້ຊາດແມ່ນສາມາດຕີຕ້ານຍາດເອົາໄຊຊະນະຈາກຈັກກະພັດສອງໂຕໃຫຍ່ທີ່ເຂົ້າມາຮຸກຮານ, ໂຄ້ນລົ້ມລະບອບການປົກຄອງເກົ່າລາຊາທິປະໄຕທີ່ນໍາພາປະເທດຊາດຈິບຫາຍມາຫລາຍຮ້ອຍປີ ແລ້ວປະກາດຊື່ເປັນປະເທດໃໝ່ ຄືສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ. ພໍຕົກມາໃນຍຸກສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກເຮົາກໍໄດ້ຜະເຊີນກັບສິ່ງທ້າທາຍຕ່າງໆນາໆຈົນນັບບໍ່ຖ້ວນເຊັ່ນ: ສັດຕູຈາກພາຍໃນພາຍນອກຊອກຫາທຸກວິທີເພື່ອທໍາລາຍມ້າງເພ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົມກັບໂຣກລະບາດ, ໄພທໍາມະຊາດມາບຸກລຸກທໍາລາຍ ແຕ່ພັກເຮົາກໍໄດ້ທໍາລາຍເລ້ຫລ່ຽມກົນອຸບາຍຂອງສັດຕູໄດ້ຢ່າງຊິ້ນເຊີງ ທັງນໍາພາປະເທດຊາດຜ່ານຜ່າທຸກອຸປະສັກຫຍຸ້ງຍາກຈົນສາມາດສ້າງປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສະຫງົບປອດໄພມາເຖິງທຸກວັນນີ້. ຕໍ່ໝາກຜົນ ແລະ ໄຊຊະນະອັນຍິ່ງໃຫຍ່ດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມປີຊາສາມາດສະຫລາດສ່ອງໃສມີໄຫວພິບ, ຍຸດທະວິທີ, ສິລະປະຍຸດໃນການນໍາພາຕໍ່ສູ້ບໍ່ຍອມຈໍານົນຂອງພັກເຮົາ ກາຍເປັນມູນເຊື້ອອັນປະເສີດເລີດລໍ້າ, ສະຫງ່າລາສີ ແລະ ເປັນຜົນງານອັນຍິ່ງໃຫຍ່ມະຫາສານຂອງພັກທີ່ບັນທຶກໄວ້ໃນປຶ້ມຄໍາປະຫວັດສາດຂອງຊາດລາວຄົນລາວຕະຫລອດໄປ. ພັກປະຊາຊົນທີ່ມີກຽດສະຫງ່າຈົ່ງໝັ້ນຍືນ !.