ພ້ອມກັນເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກ


ໂດຍ: ທິດກໍ່າ
ການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໄດ້ຜ່ານພົ້ນໄປດ້ວຍບັນຍາກາດອັນດີ, ມີຄວາມໝາຍ ແລະ ຍິ່ງໃຫຍ່ທາງດ້ານປະຫວັດສາດຂອງຊາດ ແລະ ຂອງພັກ. ເວົ້າໄດ້ວ່າຜ່ານການສະເຫລີມສະຫລອງວັນສ້າງຕັ້ງພັກໃນປີ 2025 ຄັ້ງນີ້ ໄດ້ມີກິດຈະກໍາຫລາຍຢ່າງທີ່ສະທ້ອນໃຫ້ເຫັນເຖິງຂະບວນການຕ່າງໆຂອງຊາດ ແລະ ຂອງພັກ. ສະເພາະຢູ່ນະຄອນຫລວງວຽງຈັນ ອັນເປັນສູນກາງທາງດ້ານການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດ ກໍມີການປະດັບປະດາທຸງພັກ, ທຸງຊາດ, ທຸງທິວຫລາກສີສັນຕາມບ້ານເຮືອນ ແລະ ຕາມຖະໜົນຫົນທາງສາຍຫລັກ ເຊິ່ງໂອບອ້ອມໄປດ້ວຍສີສັນເຮືອງເຮື່ອປະດັບເອ້ໃຫ້ນະຄອນຫລວງວຽງຈັນເຕັມໄປດ້ວຍສັນຍາລັກ ແລະ ບັນຍາກາດທີ່ມີຄວາມໝາຍ. ນອກນັ້ນ ຍັງມີການໂຮມຊຸມນຸມໃຫຍ່ ມີການຖ່າຍທອດສົດຜ່ານສື່ອອນລາຍກະຈາຍໄປທົ່ວປະເທດ. ຕະຫລອດມີການສະແດງສິລະປະວັນນະຄະດີຢ່າງຍິ່ງໃຫຍ່ອາລັງການທີ່ຫໍວັດທະນະທໍາແຫ່ງຊາດ. ສ່ວນຢູ່ຕ່າງແຂວງກໍມີຂະບວນການສະເຫລີມສະຫລອງຕາມປັດໄຈ ແລະ ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແຕ່ກໍເຫັນວ່າແຂວງສະຫວັນນະເຂດໄດ້ຈັດຢ່າງຍິ່ງໃຫຍ່ ມີຂະບວນການສະແດງຟ້ອນລວມໝູ່ ເຊິ່ງມີຄົນເຂົ້າຮ່ວມເຖິງ 3 ພັນຄົນ.
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ການສະເຫລີມສະຫລອງວັນສ້າງຕັ້ງພັກຄົບຮອບ 70 ປີ ໃນປີ 2025 ແມ່ນຖືເປັນວັນສໍາຄັນວັນໜຶ່ງໃນສາມວັນປະຫວັດສາດຂອງຊາດ ດັ່ງວັນສ້າງຕັ້ງພັກຄົບຮອບ 70 ປີ ວັນທີ 22 ມີນາ 1955 – 22 ມີນາ 2025, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຄືວັນທີ 2 ທັນວາ 1975 – 2 ມີນາ 2025 ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ວັນທີ 13 ທັນວາ 1920 – 13 ທັນວາ 2025.
ຢ່າງໃດກໍດີ, ການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ກໍໄດ້ຜ່ານພົ້ນ ແລະ ສໍາເລັດເສັດຊິ້ນໄປແລ້ວ, ແຕ່ສິ່ງທີ່ພວກເຮົາຄວນພ້ອມກັນສືບຕໍ່ນັ້ນຄືການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກໃຫ້ສະແດງອອກທາງດ້ານທາດແທ້ ແລະ ພຶດຕິກໍາຕົວຈິງເຊັ່ນ: ພ້ອມກັນຈັດຕັ້ງປະຕິບັດແນວທາງ ກໍຄືມະຕິຕ່າງໆຂອງພັກ, ພ້ອມກັນຮັກສາບົດບາດໃນການນໍາພາຂອງພັກໃຫ້ປອດໃສ, ສະມາຊິກພັກທຸກສະຫາຍຕ້ອງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ມະຫາຊົນຂອງພັກ ແລະ ອັນສໍາຄັນກວ່າໝູ່ໝົດກໍແມ່ນບໍ່ພາກັນສໍ້ລາດບັງຫລວງພາຍໃນພັກ, ສ້າງໜ່ວຍພັກໃຫ້ປອດໃສເຂັ້ມແຂງ ແລະ ຮູ້ນໍາພາຮອບດ້ານ. ນີ້ຄືພາລະກິດອັນໃຫຍ່ຫລວງໃນການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກປະຊາຊົນປະຕິວັດລາວ