ອິນເດຍສະໜັບສະໜູນໂຄງການນ້ຳດື່ມ ຢູ່ຫລວງພະບາງ ມູນຄ່າ 50,000 ໂດລາສະຫະລັດ


ວັນທີ 28 ມີນາ 2025 ກະຊວງການຕ່າງປະເທດ ສປປ ລາວ ແລະ ອິນເດຍ ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມ ເຂົ້າ ໃຈ ວ່າດ້ວຍ ໂຄງການນ້ຳດື່ມບ້ານຫ້ວຍເຮ້ຍ, ເມືອງຊຽງເງິນ, ແຂວງຫລວງພະບາງ, ມູນຄ່າ 50,000 ໂດລາສະຫະລັດ, ເຊິ່ງໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານ ອິນເດຍ ພາຍ ໃຕ້ ໂຄງການເຫັນຜົນໄວຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຕາງໜ້າໃຫ້ຝ່າຍລາວແມ່ນ ທ່ານ ດຣ. ຫຸມພັນ ຈີລະສັກ, ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ ແລະ ຕາງໜ້າຝ່າຍອິນເດຍແມ່ນ ທ່ານ Yogeshwar Sangwan, ເອກອັກຄະ ລັດຖະທູດ ປະຈໍາ ລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ສປປລ ລາວ, ພະນັກງານຈາກສະຖານທູດ ອິນເດຍ ແລະ ພາກສ່ວນກ່ຽວຂ້ອງ
ສາທາລະນະລັດອິນເດຍ ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດຕໍ່ປີ ໃຫ້ແກ່ປະເທດສະມາຊິກແມ່ນ້ຳຂອງ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50,000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ສ້າງ ຕັ້ງໂຄງການເຫັນຜົນໄວ, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 31 ໂຄງການ, ລວມມູນຄ່າ 1,515,842 ໂດລາສະຫະລັດ. ໃນນັ້ນ, ມີ 15 ໂຄງການ ໄດ້ສຳເລັດຈັດຕັ້ງປະຕິ ບັດ ແລະ 16 ໂຄງການ ແມ່ນກຳລັງສືບຕໍ່ດຳເນີນການຈັດຕັ້ງປະຕິບັດ.