ທີມກູ້ໄພຈີນເດີນທາງເຖິງຢາງກຸ້ງ ກຽມຊ່ວຍເຫລືອຜູ້ປະສົບໄພຢູ່ມຽນມາ
March 29, 2025 - 3:35 PM


ທີມກູ້ໄພຈາກມົນທົນຢຸນໜານຂອງຈີນເດີນທາງເຖິງເມືອງຢາງກຸ້ງຂອງມຽນມາແລ້ວໃນເຊົ້າວັນທີ 29 ມີນານີ້ ກ່ອນປະຕິບັດພາລະກິດຊ່ວຍເຫລືອຜູ້ປະສົບໄພ ພາຍຫລັງເກີດແຜ່ນດິນໄຫວຮຸນແຮງຢູ່ມຽນມາໃນວັນທີ 28 ມີນາ.
ສໍາລັບຈໍານວນຜູ້ເສຍຊີວິດຫລ້າສຸດເພີ່ມຂຶ້ນເກືອບ 700 ຄົນແລ້ວ ແລະ ຄາດວ່າຕົວເລກອາດເພີ່ມສູງຂຶ້ນອີກ. ຂະນະທີ່ ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ປະທານສະພາບໍລິຫານແຫ່ງລັດຂອງມຽນມາ ໄດ້ອອກມາຮຽກຮ້ອງຂໍການຊ່ວຍເຫລືອຈາກນາໆຊາດ.