ທ່ານ ທຣໍາ ກ່າວວ່າ ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາຈາກແຜ່ນດິນໄຫວ ເຖິງວ່າເຈົ້າໜ້າທີ່ USAID ຖືກໄລ່ອອກ-ຕັດງົບ

- 111 18 - ທ່ານ ທຣໍາ ກ່າວວ່າ ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາຈາກແຜ່ນດິນໄຫວ ເຖິງວ່າເຈົ້າໜ້າທີ່ USAID ຖືກໄລ່ອອກ-ຕັດງົບ
- kitchen vibe - ທ່ານ ທຣໍາ ກ່າວວ່າ ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາຈາກແຜ່ນດິນໄຫວ ເຖິງວ່າເຈົ້າໜ້າທີ່ USAID ຖືກໄລ່ອອກ-ຕັດງົບ

        ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໃຫ້ຄໍາໝັ້ນວ່າ: ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາ ພາຍຫລັງເກີດແຜ່ນດິນໄຫວຄັ້ງໃຫຍ່ ເຖິງວ່າຝ່າຍບໍລິຫານຂອງທ່ານ ທຣໍາ ຈະແຈ້ງຕໍ່ສະພາຄອງເກຣດວ່າ: ອາເມລິກາຈະເດີນໜ້າປົດພະນັກງານເກືອບທັງໝົດທີ່ຍັງເຫລືອຢູ່ໃນໜ່ວຍງານເພື່ອການພັດທະນາລະຫວ່າງປະເທດ ຫລື USAID ລວມທັງຍັງເດີນໜ້າປິດໜ່ວຍງານດັ່ງກ່າວ ເພື່ອຫລຸດລາຍຈ່າຍຂອງລັດຖະບານ.

         ທັງນີ້, USAID ເປັນໜ່ວຍງານທີ່ມີບົດບາດສໍາຄັນໃນການປະສານການຊ່ວຍເຫລືອປະເທດຕ່າງໆທີ່ຜະເຊີນແຜ່ນດິນໄຫວ. ຂະນະທີ່ຜູ້ຊ່ຽວຊານເຕືອນວ່າ: ການຕັດງົບ ແລະ ປົດພະນັກງານ USAID ຮອບໃໝ່ ຈະສົ່ງຜົນຕໍ່ການຊ່ວຍເຫລືອຜູ້ປະສົບໄພ ລວມທັງສົ່ງຜົນກະທົບຕໍ່ອິດທິພົນຂອງວໍຊິງຕັນທີ່ສ້າງຂຶ້ນຜ່ານການຊ່ວຍເຫລືອດ້ານມະນຸດສະທໍາທົ່ວໂລກມາກວ່າ 60 ປີ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ກ່າວວ່າ ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາຈາກແຜ່ນດິນໄຫວ ເຖິງວ່າເຈົ້າໜ້າທີ່ USAID ຖືກໄລ່ອອກ-ຕັດງົບ

         ທ່ານ ທຣໍາ ກ່າວໃນວັນທີ 28 ມີນາວ່າ: ທ່ານໄດ້ເຈລະຈາກັບເຈົ້າໜ້າທີ່ຢູ່ມຽນມາກ່ຽວກັບສະຖານະການແຜ່ນດິນໄຫວແລ້ວ ແລະ ບອກວ່າອາເມລິກາຈະໃຫ້ການຊ່ວຍເຫລືອ.

         ຂະນະທີ່, ທ່ານ ແທມມີ ບູຣ ໂຄສົກກະຊວງການຕ່າງປະເທດອາເມລິກາ ຢືນຢັນວ່າ: ການທີ່ລັດຖະບານຕັດງົບ ແລະ ປົດພະນັກງານ USAID ຈະບໍ່ສົ່ງຜົນຕໍ່ການສົ່ງທີມຕອບສະໜອງຕໍ່ໄພພິບັດຂອງອາເມລິກາ (Disaster Assistance Response Team ຫລື DART) ເຂົ້າໄປໃນມຽນມາ. ເຖິງຢ່າງໃດກໍຕາມ, ທ່ານ ບູຣ ຍັງບໍ່ສາມາດໃຫ້ລາຍລະອຽດກ່ຽວກັບຂອບເວລາທີ່ຈະສົ່ງທີມໄປ.

ອ້າງອີງ:

- 5 - ທ່ານ ທຣໍາ ກ່າວວ່າ ອາເມລິກາຈະໃຫ້ການຊ່ວຍເຫລືອມຽນມາຈາກແຜ່ນດິນໄຫວ ເຖິງວ່າເຈົ້າໜ້າທີ່ USAID ຖືກໄລ່ອອກ-ຕັດງົບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!