ອັບເດດມີຜູ້ເສຍຊີວິດຢ່າງໜ້ອຍ 694 ຄົນ ຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ

- 486837327 1177692320391213 8070392959616807624 n - ອັບເດດມີຜູ້ເສຍຊີວິດຢ່າງໜ້ອຍ 694 ຄົນ ຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ
- kitchen vibe - ອັບເດດມີຜູ້ເສຍຊີວິດຢ່າງໜ້ອຍ 694 ຄົນ ຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ

ສໍານັກຂ່າວຣອຍເຕີລາຍງານວັນທີ 29 ມີນາ 2025 ຕາມການລາຍງານຂອງສະຖານີໂທລະພາບ MRTV ຕໍ່ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນໃນສູນກາງຂອງປະເທດມຽນມາ ມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 694 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 1,670 ຄົນ ເຊິ່ງຄາດວ່າຈໍານວນຜູ້ເສຍຊີວິດ ແລະ ບາດເຈັບຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຄວາມເສຍຫາຍຈາກແຜ່ນດິນໄຫວ ສ່ວນໃຫຍ່ເກີດຂຶ້ນໃນເມືອງມັນທະເລ ເຊິ່ງເປັນເມືອງໃຫຍ່ອັນດັບສອງຂອງມຽນມາ ເນື່ອງຈາກຕັ້ງຢູ່ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວ.

- Visit Laos Visit SALANA BOUTIQUE HOTEL - ອັບເດດມີຜູ້ເສຍຊີວິດຢ່າງໜ້ອຍ 694 ຄົນ ຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ

ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພຈາກອົງກອນ Moe Saydanar ໃຫ້ຮູ້ວ່າ ໄດ້ກູ້ຮ່າງຜູ້ເສຍຊີວິດຢ່າງໜ້ອຍ 60 ຄົນ ຈາກວັດ ແລະ ອາຄານຕ່າງໆ ໃນເມືອງປິນມານາ ໃກ້ກັບກຸງເນປີດໍ ແລະ ຍັງມີອີກຫລາຍຄົນທີ່ຕິດຢູ່ພາຍໃນອາຄານ.

ພ້ອມດຽວກັນ ຜູ້ນຳທະຫານມຽນມາກ່າວວ່າ ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຄາດວ່າຈະເພີ່ມຂຶ້ນ ແລະຂໍຄວາມຊ່ວຍເຫຼືອຈາກຫຼາຍປະເທດ.

- 5 - ອັບເດດມີຜູ້ເສຍຊີວິດຢ່າງໜ້ອຍ 694 ຄົນ ຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!