ລັດຖະບານມຽນມາຂໍການຊ່ວຍເຫລືອຈາກນາໆຊາດ ຈໍານວນຜູ້ເສຍຊີວິດເພີ່ມເປັນ 144 ຄົນ


ທ່ານ ມິນ ອ່ອງ ຫລ່າຍ ຜູ້ນໍາມຽນມາ ເຊີນອົງການສາກົນ ແລະ ປະເທດໃດກໍຕາມເດີນທາງເຂົ້າປະເທດມຽນມາເພື່ອໃຫ້ການຊ່ວຍເຫລືອປະຊາຊົນຜູ້ປະສົບໄພແຜ່ນດິນໄຫວ. ພ້ອມລະບຸວ່າ: ຈໍານວນຜູ້ເສຍຊີວິດອາດເພີ່ມສູງຂຶ້ນອີກ ຂະນະທີ່ຕົວເລກຫລ້າສຸດຕາມລາຍງານມາມີ 144 ຄົນ ແລະ ມີຜູ້ບາດເຈັບຫລາຍກວ່າ 730 ຄົນ.
ລັດຖະບານມຽນມາຫາກໍປະກາດສະຖານະການສຸກເສີນຢູ່ພື້ນທີ່ໃຈກາງປະເທດ ຄວບຄຸມເມືອງມັນທະເລ ເມືອງໃຫຍ່ອັນດັບສອງ, ນະຄອນຫລວງເນປີດໍ, ພື້ນທີ່ສະກາຍ, ພະໂຄ ແລະ ມະເກວ ລວມທັງລັດສານທາງຕາເວັນອອກ ພາຍຫລັງເກີດແຜ່ນດິນໄຫວຂະໜາດ 7.7 ພ້ອມເກີດອາບເຕີຊັອກຮຸນແຮງ.
ຄາດວ່າການເຂົ້າເຖິງພື້ນທີ່ຊ່ວຍເຫລືອອາດມີອຸປະສັກ ເນື່ອງຈາກຖະໜົນໃນພື້ນທີ່ຫ່າງໄກຖືກຕັດຂາດ, ມີຊາກຫັກພັງຂອງອາຄານ ຫລື ສິ່ງປຸກສ້າງຖະຫລົ່ມລົງມາປິດເສັ້ນທາງ. ຂະນະທີ່ລະບົບສື່ສານ ລວມທັງອິນເຕີເນັດຍັງໃຊ້ບໍ່ໄດ້ໃນຫລາຍພື້ນທີ່. ນອກຈາກນີ້ ລັດຖະບານມຽນມາຍັງຄວບຄຸມພື້ນທີ່ໄດ້ບໍ່ທົ່ວປະເທດ ເນື່ອງຈາກຫລາຍລັດຢູ່ໃນການຄວບຄຸມຂອງຝ່າຍຕໍ່ຕ້ານ ເຮັດໃຫ້ຄູ່ຂັດແຍ່ງໃນສົງຄາມກາງເມືອງທີ່ດໍາເນີນມາ 4 ປີອາດຈໍາເປັນຕ້ອງສື່ສານ ຫລື ຮ່ວມມືກັນຫລາຍຂຶ້ນ ເພື່ອເປີດທາງໃຫ້ການຊ່ວຍເຫລືອເຂົ້າສູ່ພື້ນທີ່ຕ່າງໆໄດ້.
“ເກືອບ 80% ຂອງປະເທດຢູ່ນອກເໜືອການຄວບຄຸມຂອງກອງທັບ ພື້ນທີ່ສ່ວນຫລາຍຖືກຄວບຄຸມໂດຍກຸ່ມຕິດອາວຸດກຸ່ມຕ່າງໆ” ຜູ້ນໍາກຸ່ມ NGO ຄົນໜຶ່ງກ່າວຕໍ່ CNN “ພື້ນທີ່ຫລາຍສ່ວນຖືກຄວບຄຸມໂດຍ PDF ພາຍໃຕ້ NUG (ລັດຖະບານເອກະພາບແຫ່ງຊາດ). ດັ່ງນັ້ນ ຈຶ່ງບໍ່ສາມາດເຫັນພາບລວມທັງໝົດຂອງສິ່ງທີ່ເກີດຂຶ້ນໄດ້”.
ອ້າງອີງ:https://edition.cnn.com/2025/03/28/asia/central-myanmar-quake-intl-hnk/index.html