ມຽນມາພົບຜູ້ເສຍຊີວິດຈາກແຜ່ນດິນໄຫວແລ້ວ 3 ຄົນ ລັດປະກາດສະຖານະການສຸກເສີນ

- 2025 03 28T131029Z 1780464163 RC2CMDAJ8BR2 RTRMADP 3 MYANMAR QUAKE - ມຽນມາພົບຜູ້ເສຍຊີວິດຈາກແຜ່ນດິນໄຫວແລ້ວ 3 ຄົນ ລັດປະກາດສະຖານະການສຸກເສີນ
- kitchen vibe - ມຽນມາພົບຜູ້ເສຍຊີວິດຈາກແຜ່ນດິນໄຫວແລ້ວ 3 ຄົນ ລັດປະກາດສະຖານະການສຸກເສີນ

        ສໍານັກຂ່າວ Reuters ລາຍງານວ່າ: ເຫດການແຜ່ນດິນໄຫວທີ່ເກີດຂຶ້ນວັນທີ 28 ມີນາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ ຢູ່ເມືອງຕອງອູ ປະເທດມຽນມາ ແຮງສັ່ນສະເທືອນເຮັດໃຫ້ມັດສະຢິດແຫ່ງໜຶ່ງພັງຖະຫລົ່ມລົງມາບາງສ່ວນ. ຂະນະທີ່ສື່ທ້ອງຖິ່ນຂອງມຽນມາລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ໄດ້ຮັບບາດເຈັບ 20 ຄົນ ຫລັງຈາກໂຮງແຮມແຫ່ງໜຶ່ງພັງຖະຫລົ່ມຢູ່ເມືອງອອງບັນ.

       ສໍານັກງານສໍາຫລວດທາງທໍລະນີວິທະຍາແຫ່ງອາເມລິກາ (USGS) ລາຍງານວ່າ: ແຜ່ນດິນໄຫວເຊິ່ງເກີດຂຶ້ນໃນຕອນບ່າຍວັນທີ 28 ມີນາ ມີຄວາມຮຸນແຮງ 7.7 ຣິກເຕີ ແລະ ມີສູນກາງຢູ່ເລິກລົງໄປ 10 ກິໂລແມັດ ກ່ອນຈະເກີດອັບເຕີຊັອກຮຸນແຮງ 6.4 ຣິກເຕີ ປະມານ 12 ນາທີຫລັງຈາກແຜ່ນດິນໄຫວຄັ້ງທໍາອິດ.

- Visit Laos Visit SALANA BOUTIQUE HOTEL - ມຽນມາພົບຜູ້ເສຍຊີວິດຈາກແຜ່ນດິນໄຫວແລ້ວ 3 ຄົນ ລັດປະກາດສະຖານະການສຸກເສີນ

       ຂະນະມີລາຍງານອີກວ່າ: ຢູ່ສະໜາມບິນສາກົນມັນທະເລ ບັນດາຜູ້ໂດຍສານພາກັນແລ່ນໜີຢ່າງວຸ້ນວາຍ. ຂະນະທີ່ປະຊາຊົນເປີດເຜີຍຕໍ່ສໍານັກຂ່າວ Reuters ວ່າ: ພວກເຂົາເຫັນອາຄານຫລາຍແຫ່ງພັງຖະຫລົ່ມ ໂດຍມັນທະເລເປັນເມືອງທ່ອງທ່ຽວຊື່ດັງ ແລະ ເປັນສູນກາງທາງທຸລະກິດຂອງມຽນມາ ມີປະຊາກອນຫລາຍກວ່າ 1 ລ້ານຄົນ ແລະ ເປັນທີ່ຕັ້ງຂອງວັດເກົ່າແກ່ຫລາຍແຫ່ງ ເຊິ່ງມີຄວາມສໍາຄັນຕໍ່ຊາວມຽນມາເຊິ່ງສ່ວນຫລາຍນັບຖືສາສະໜາພຸດ.

        ເວັບໄຊ Global New Light of Myanmar ລາຍງານວ່າ: ແຜ່ນດິນໄຫວເຮັດໃຫ້ຂົວສະກາຍ (Sagaing Bridge) ແລະ ອາຄານຫລາຍຫລັງຢູ່ເມືອງມັນທະເລ, ເນປີດໍ, ພິນມານາ, ອອງບັນ ແລະ ອິນເລ ພັງທະລາຍລົງມາ ລວມທັງຍັງມີຄວາມເສຍຫາຍເກີດຂຶ້ນຕາມທາງດ່ວນສາຍຢາງກຸ້ງ-ມັນທະເລ ສົ່ງຜົນເຮັດໃຫ້ຕ້ອງປິດຖະໜົນບາງສ່ວນຕາມໄລຍະທາງ.

        ສ່ວນລັດຖະບານຂອງມຽນມາປະກາດສະຖານະການສຸກເສີນຈາກແຜ່ນດິນໄຫວໃນພື້ນທີ່ໃຈກາງປະເທດ ຄວບຄຸມເມືອງມັນທະເລ ເມືອງໃຫຍ່ອັນດັບສອງ, ນະຄອນຫລວງເນປີດໍ, ພື້ນທີ່ສະກາຍ, ພະໂຄ ແລະ ມະເກວ ລວມທັງລັດສານທາງຕາເວັນອອກ ໂດຍກອງທັບລະບຸຜ່ານ Telegram ວ່າ: “ລັດຖະບານຈະສອບສວນສະຖານະການຢ່າງວ່ອງໄວ ແລະ ດໍາເນີນການກູ້ໄພ ພ້ອມໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາ”.

ອ້າງອີງ:

- 5 - ມຽນມາພົບຜູ້ເສຍຊີວິດຈາກແຜ່ນດິນໄຫວແລ້ວ 3 ຄົນ ລັດປະກາດສະຖານະການສຸກເສີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!