ມາສ້າງຄວາມຮູ້ຈັກຮອຍເລື່ອນສະກາຍ ຮອຍຕໍ່ມໍລະນະໃຈກາງປະເທດມຽນມາ


ຮອຍເລື່ອນສະກາຍ (Sagaing Fault) ໜຶ່ງໃນຮອຍເລື່ອນມີພະລັງ (Active Fault) ອັນດັບຕົ້ນໆໃນພາກພື້ນອາຊີຕາເວັນຕົກສຽງໃຕ້ທີ່ມີຄວາມຍາວເຖິງ 1,200 ກິໂລແມັດ ຍາວແຕ່ເໜືອຮອດໃຕ້ຜ່າກາງປະເທດມຽນມາ ຈາກທາງພາກເໜືອຂອງເມືອງມິດຈີນາ (Myitkyina) ແລະ ຜ່ານເມືອງສໍາຄັນຈໍານວນຫລາຍເຊັ່ນ: ເມືອງມັນທະເລ (Mandalay), ຕອງຢີ (Tounggyi), ເນບຢີດໍ (Naypyidaw), ພະໂຄ (Bago), ຢາງກຸ້ງ (Yangon) ແລະ ຕໍ່ຍາວລົງໄປໃນທະເລອັນດາມັນ.
ຜົນຈາກການເລື່ອນຕົວຂອງຮອຍເລື່ອນສະກາຍ ເຮັດໃຫ້ເກີດແຜ່ນດິນໄຫວຕາມແນວຮອຍເລື່ອນຢ່າງຕໍ່ເນື່ອງ ນັບແຕ່ອະດີດຈົນຮອດປັດຈຸບັນ ເຊິ່ງຖານຂໍ້ມູນແຜ່ນດິນໄຫວທີ່ໄດ້ຈາກເຄື່ອງມືກວດຈັບ (Instrumental Records) ລະບຸວ່າໃນປີ 2507-2555 (48 ປີ) ເຄີຍເກີດແຜ່ນດິນໄຫວຫລັກ (Mainshock) ບໍລິເວນອ້ອມຮອບລັດສະໝີ 100 ກິໂລແມັດຈາກຮອຍເລື່ອນສະກາຍປະມານ 276 ເຫດການ ໂດຍມີຂະໜາດແຜ່ນດິນໄຫວລະຫວ່າງ 2.9-7.3.
ແຜ່ນດິນໄຫວທີ່ເກີດຈາກຮອຍເລື່ອນສະກາຍຢູ່ມຽນມາຍັງມັກສົ່ງຄື້ນແຜ່ນດິນໄຫວທີ່ສົ່ງຜົນກະທົບມາເຖິງປະເທດໄທ ແລະ ລາວ ໂດຍສະເພາະຢູ່ເຂດພາກກາງ. ຈາກບັນທຶກ ແລະ ການສຶກສາໃນອະດີດ ພົບວ່າແຜ່ນດິນໄຫວທີ່ເກີດຈາກການເຄື່ອນຕົວຂອງຮອຍເລື່ອນສະກາຍນັ້ນບໍ່ໄດ້ເປັນພຽງເຫດການທີ່ເກີດຂຶ້ນຄັ້ງດຽວ, ແຕ່ມີຄວາມຖີ່ ແລະ ຄວາມຮຸນແຮງທີ່ແຕກຕ່າງກັນໄປ ນັບແຕ່ແຜ່ນດິນໄຫວຂະໜາດນ້ອຍໄປຈົນເຖິງເຫດການທີ່ສ້າງຄວາມເສຍຫາຍຄັ້ງໃຫຍ່. ຕົວຢ່າງເຫດການທີ່ສໍາຄັນໄດ້ແກ່:
ແຜ່ນດິນໄຫວຂະໜາດ 8.0 ໃນວັນທີ 23 ພຶດສະພາ 1942: ເຫດການນີ້ເກີດຂຶ້ນຢູ່ບໍລິເວນເມືອງມັນທະເລ ເຮັດໃຫ້ເກີດຄວາມເສຍຫາຍຮຸນແຮງ ທັງຢູ່ປະເທດມຽນມາ ແລະ ສົ່ງຜົນກະທົບເຖິງພື້ນທີ່ໃກ້ຄຽງ.
ແຜ່ນດິນໄຫວຂະໜາດ 7.3 ໃນວັນທີ 5 ກໍລະກົດ 1930: ເຫດການໃນໄລຍະນີ້ໄດ້ສ້າງຄວາມເສຍຫາຍຕໍ່ໂຄງສ້າງສໍາຄັນໃນບໍລິເວນຢາງກຸ້ງ ແລະ ມີຜູ້ເສຍຊີວິດຈໍານວນຫລາຍ.
ແຜ່ນດິນໄຫວຂະໜາດ 7.3 ອີກໃນວັນທີ 3 ທັນວາ 1930: ເຫດການຄັ້ງນີ້ມີຈຸດສູນກາງຢູ່ເມືອງພະໂຄ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 500 ຄົນ ເຊິ່ງສະແດງໃຫ້ເຫັນເຖິງຜົນກະທົບທີ່ກວ້າງຂວາງ ແລະ ຕໍ່ເນື່ອງຂອງຮອຍເລື່ອນນີ້.
ໂດຍເວັບໄຊມິດເອີດຍັງປະເມີນວ່າ: ໃນ 6 ເມືອງສໍາຄັນບໍລິເວນໃກ້ຄຽງຮອຍເລື່ອນສະກາຍ (ເມືອງມິດຈີນາ, ມັນທະເລ, ຕອງຢີ, ເນບຢີຄໍ, ພະໂຄ ແລະ ເມືອງຢາງກຸ້ງ) ບົ່ງຊີ້ວ່າ: ເມືອງມິດຈີນາ ແລະ ເມືອງເນບຢີຄໍເປັນເມືອງທີ່ມີໂອກາດໄດ້ຮັບຜົນກະທົບຈາກໄພພິບັດແຜ່ນດິນໄຫວຫລາຍທີ່ສຸດ ໂດຍມີໂອກາດ 40-60% ທີ່ຈະເກີດແຜ່ນດິນໄຫວຂະໜາດ 7.0 ໃນອີກ 50-100 ປີ. ຂະນະທີ່ເມືອງມັນທະເລ ແລະ ຢາງກຸ້ງ ເຊິ່ງປະເມີນວ່າເປັນເມືອງທີ່ມີພຶດຕິກໍາການເກີດແຜ່ນດິນໄຫວຕໍ່າທີ່ສຸດ ມີໂອກາດຕໍ່າກວ່າ 10% ທີ່ຈະເກີດແຜ່ນດິນໄຫວຂະໜາດ 7.0 ແມກນິຈູດ ໃນອີກ 100 ປີ.
ອ້າງອີງ:
- https://www.facebook.com/photo/?fbid=1075725947934737&set=a.639224684918201
- https://earthquake.tmd.go.th/documents/file/seismo-doc-1422078707.pdf
- https://www.mitrearth.org/4-121-earthquake-activity-of-sagaing-fault/?fbclid=IwY2xjawJTKI5leHRuA2FlbQIxMAABHQhdETqLQ3bNUqFaB968-veAREuehbcLUAjRNxk372e5SPPjvYBOknBoDA_aem_7y3akNy6Xd39mP86efRTow