ມົນລະພິດຮອບດ້ານ ອັນຕະລາຍຮອບທິດ ກາຍເປັນບັນຫາທີ່ຍັງຕ້ອງແກ້ໄຂໄລຍະຍາວ

- 486639818 9232429910212151 2348547071622444898 n - ມົນລະພິດຮອບດ້ານ ອັນຕະລາຍຮອບທິດ ກາຍເປັນບັນຫາທີ່ຍັງຕ້ອງແກ້ໄຂໄລຍະຍາວ
- kitchen vibe - ມົນລະພິດຮອບດ້ານ ອັນຕະລາຍຮອບທິດ ກາຍເປັນບັນຫາທີ່ຍັງຕ້ອງແກ້ໄຂໄລຍະຍາວ

ໂດຍ: ຜາຕຸງ

ມົນລະພິດເກີດຈາກຫຼາຍປັດໃຈ ມີທັງມົນລະພິດທາງສຽງທີ່ເກີດຈາກການເປີດເພງດັງເກີນກຳນົດ, ເກີດຈາກສຽງລົດລາງພາຫະນະ, ມົນລະພິດທາງອາກາດ ທີ່ເກີດຈາກການເຜົາໄໝ້ຂອງເຄື່ອງຈັກເຄື່ອງຍົນ ຈາກໂຮງຈັກໂຮງງານ ຈາກການຈູດເຜົາຂີ້ເຫຍື້ອສິ່ງເສດເຫຼືອ ຈາກການຈູດໄຮ່ຈູດສວນ ລວມທັງເກີດຈາກໄຟໄໝ່ລາມປ່າ ທັງໝົດນັ້ນລ້ວນແລ້ວແຕ່ສ້າງມົນລະພິດທີ່ສົ່ງຜົນກະທົບຕໍ່ຄົນເຮົາໂດຍທາງກົງ ແລະ ທາງອ້ອມ ຊຶ່ງນັບມື້ນັບຮຸນແຮງຂຶ້ນເລື້ອຍໆ.

- Visit Laos Visit SALANA BOUTIQUE HOTEL - ມົນລະພິດຮອບດ້ານ ອັນຕະລາຍຮອບທິດ ກາຍເປັນບັນຫາທີ່ຍັງຕ້ອງແກ້ໄຂໄລຍະຍາວ

ການມີທຸລະກິດຂະຫຍາຍຕົວກໍຖືວ່າ ເປັນການດີຕໍ່ເສດຖະກິດປະເທດ, ມີແຕ່ຕ້ອງຄຳນຶງເຖິງຄວາມເປັນລະບຽບຮຽບຮ້ອຍ ເນື່ອງຈາກວ່າ ການເປີດບໍລິການຮອດ 1-2 ໂມງ, ມີສຽງເນືອງນັນ ເປັນມົນລະພິດທາງສຽງສົ່ງຜົນກະທົບຕໍ່ສຸຂະພາບ ເຮັດໃຫ້ນອນບໍ່ຫລັບ, ພັກຜ່ອນບໍ່ພຽງພໍ,  ບາງຄອບຄົວທີ່ມີຜູ້ເຖົ້າ ແລະ ເດັກນ້ອຍ ສຽງເນືອງນັນ ນັ້ນກໍໄດ້ສົ່ງຜົນກະທົບຫລາຍຕໍ່ສຸຂະພາບຂອງເຂົາເຈົ້າເຊັ່ນກັນ. ນອກນັ້ນຍັງກະທົບຕໍ່ພະສົງອົງປະຕິບັດກິດຂອງສົງຢູ່ໃນວັດອົງຕື້ອີກດ້ວຍ, ວັດອົງຕື້ຖືວ່າເປັນວັດສັກສິດຄູ່ບ້ານຄູ່ເມືອງ ເປັນສະຖານທີ່ສຳຄັນຂອງຊາດ ບໍ່ສົມຄວນມີສຽງເນືອງນັນເຂົ້າລົບກວນ ຈຶ່ງສົມຄວນປະຕິບັດຕາມຂໍ້ລະບຽບ,ດຳລັດຕ່າງໆ ໂດຍສະເພາະການປະຕິບັດຕາມ ດຳລັດ ວ່າດ້ວຍການບັນເທີງ 315/ລບ ຢ່າງເຂັ້ມງວດ.

ນອກຈາກມົນລະພິດທາງສຽງແລ້ວ ຍັງມີມົນລະພິດທາງອາກາດທີ່ເກີດຈາກຄວັນໄຟຍ້ອນການຈູດການເຜົາໄໝ້ສິ່ງຂອງຕ່າງໆ ມີທັງເສດຂີ້ເຫຍື້ອປລາສະຕິກ, ຈາກການຈູດປ່າເພື່ອທຳການຜະລິດ ຫຼື ເກີດຈາກໄຟປ່າທຳມະຊາດ ຢູ່ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ເກີດເປັນຝຸ່ນລະອອງນ້ອຍໆຈຸດເຖິງຂີດອັນຕະລາຍຕໍ່ລະບົບທາງເດີນຫາຍໃຈຂອງຄົນເຮົາໂດຍສະເພາະແມ່ນຜູ້ອາຍຸສູງ, ແມ່ມານ, ເດັກນ້ອຍ  ຫຼື ຜູ້ມີພະຍາດປະຈຳຕົວ ຊຶ່ງການແກ້ໄຂບັນຫານີ້ກາຍເປັນຂອງຫຼາຍປະເທດໃນທົ່ວໂລກທີ່ຕ້ອງໄດ້ພ້ອມກັນແກ້ໄຂ.

ບັນຫາທັງໝົດນີ້ເຮົາຈະບໍ່ຖິ້ມໂທດໃສ່ພາກສ່ວນໃດດອກ ພຽງແຕ່ວ່າຢາກຝາກເຖິງພາກສ່ວນກ່ຽວ ຂ້ອງເອົາໃຈໃສ່ຕື່ມອີກໃນການສະກັດກັ້ນ ແກ້ໄຂປາບປາມ ຈຳກັດໂດຍສະເພາະ ການຈູດການເຜົາ ຄວນຢູ່ໃນຂອບເຂດຂອງກົດໝາຍໃຫ້ເຂັ້ມງວດກວດຂັນເຂົ້າຕື່ມອີກ, ຜ່ານມາບໍ່ໄດ້ໝາຍຄວາມວ່າບໍ່ມີພາກສ່ວນໃດເອົາໃຈໃສ່ແກ້ໄຂດອກ, ທຸກພາກສ່ວນທີ່ກ່ຽວຂ້ອງຕ່າງກໍເອົາໃຈໃສ່ເລັ່ງຕິດຕາມແກ້ໄຂໄຫ້ລຸໂລ່ງໄປດ້ວຍດີ  ແຕ່ບັນຫາຂອງມັນບໍ່ແມ່ນຂື້ນກັບເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ມັນຫາກແມ່ນເກີດຈາກຕົວບູກຄົນ ທີ່ເອົາຫົວກັບນັບຊາໃນການຮັກສາສິ່ງແວດລ້ອມເທົ່າທີ່ຄວນ ປ່ອຍປະໃຫ້ສະພາບແວດລ້ອມຖືກທຳລາຍ ເຮັດໃຫ້ດິນຟ້າອາກາດປ່ຽນແປງ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ.

- 3 - ມົນລະພິດຮອບດ້ານ ອັນຕະລາຍຮອບທິດ ກາຍເປັນບັນຫາທີ່ຍັງຕ້ອງແກ້ໄຂໄລຍະຍາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!