ລາວ-ສ.ເກົາຫລີ ຫາລືດ້ານນະໂຍບາຍ ການຮ່ວມມື ດ້ານເສດຖະກິດ-ສັງຄົມ


ວັນທີ 27 ມີນາ 2025 ນີ້ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6 ທີ່ນະຄອນຫລວງເຊອູນ ສ.ເກົາຫລີ ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສ ເກົາຫລີ.
ສອງຝ່າຍ ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ ທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການລົງທຶນຂອງ ສ ເກົາຫລີ ຢູ່ ສປປ ລາວ ມີຈໍານວນ 271 ໂຄງການ ມີມູນຄ່າການລົງທຶນ 759 ກວ່າລ້ານໂດລາສະຫະລັດ ແລະ ຈັດຢູ່ໃນອັນດັບ 5 ຂອງການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ ເຊິ່ງແມ່ນການລົງທຶນໃນຂະແໜງພະລັງງານໄຟຟ້າ, ການກໍ່ສ້າງ, ການບໍລິການ, ກະສິກໍາ, ອຸດສາຫະກໍາ, ຫັດຖະກໍາ, ໂຮງແຮມ, ຮ້ານອາຫານ, ທະນາຄານ, ບໍ່ແຮ່, ການຄ້າ, ການສຶກສາ, ອຸດສາຫະກໍາໄມ້, ຕັດຫຍິບ ແລະ ອື່ນໆ.
ສອງຝ່າຍ ໄດ້ປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືດ້ານການພັດທະນາ, ການປ່ຽນແປງດິນຟ້າອາກາດ, ວັດທະນະທໍາ-ສັງຄົມ, ແຮງງານ, ກົງສຸນ ແລະ ອື່ນໆ. ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການພົວພັນຮ່ວມມືໃນຂອບອາຊຽນ-ສ ເກົາຫລີ, ແມ່ນ້ໍາຂອງ-ສ ເກົາຫລີ, ອົງການສະຫະປະຊາຊາດ (ສປຊ) ແລະ ການຮ່ວມມືໃນບັນດາອົງການຈັດຕັ້ງສາກົນໃນຂອບອື່ນໆ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ.
ທ່ານ ພົງສະຫວັນ ສີສຸລາດ ສະແດງຄວາມຂອບໃຈ ຕໍ່ການຊ່ວຍ ເຫລືອ ແລະ ສະໜັບສະໜູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍຜ່ານໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ແລະ ໂຄງການກູ້ຢືມຈາກກອງທຶນຮ່ວມມືດ້ານການພັດທະນາເສດຖະກິດ ສ ເກົາຫລີ (EDCF) ເຊິ່ງໄດ້ສຸມໃສ່ຂະແໜງການທີ່ເປັນບຸລິມະສິດຂອງ ສປປ ລາວ ເປັນຕົ້ນ ການພັດທະນາຂະແໜງສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ອື່ນໆ. ພິເສດ, ກໍແມ່ນການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນຂອງ ສ ເກົາຫລີ ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດອັນງົບງາມ.
ສ ເກົາຫລີ ໄດ້ເພີ່ມໂກຕາແຮງງານລາວ (Skilled Workers) ເດີນທາງໄປເຮັດວຽກ ທີ່ ສ ເກົາຫລີ ໃນສົກປີ 2024-2025 ຜ່ານມາ ເຊິ່ງປັດຈຸບັນ ມີແຮງງານລາວປະມານ 8,000 ກວ່າຄົນ ກໍາລັງເຮັດວຽກ ຢູ່ ສ ເກົາຫລີ ໂດຍຜ່ານລະບົບການຈ້າງງານ (EPS) ແລະ ການເຮັດວຽກຕາມລະດູການ (SWP).