ນາຍົກອົດສະຕຣາລີປະກາດຍຸບສະພາ-ກໍານົດວັນເລືອກຕັ້ງທົ່ວໄປ 3 ພຶດສະພາ


ທ່ານ ແອນໂທນີ ອັລບາເນຊີ ນາຍົກລັດຖະມົນຕີອົດສະຕຣາລີ ເຂົ້າພົບທ່ານ ຊາແມນທາ ມອສຕິນ ຜູ້ປົກຄອງລັດຂອງອົດສະຕຣາລີ (Governor-General) ໃນວັນທີ 28 ມີນາ ເພື່ອປະກາດຍຸບສະພາ ແລະ ກໍານົດວັນເລືອກຕັ້ງທົ່ວໄປ ໃນວັນທີ 3 ພຶດສະພາ.
ເຊົ້າວັນທີ 28 ມີນາ, ທ່ານ ອັລບາເນຊີ ໄດ້ເຂົ້າພົບທ່ານ ມອສຕິນ ເຊິ່ງເປັນຕົວແທນຂອງມະຫາກະສັດອັງກິດໃນອົດສະຕຣາລີ ແລະ ຂໍໃຫ້ທ່ານ ມອສຕິນ ເລີ່ມຂະບວນການຈັດການເລືອກຕັ້ງຢ່າງເປັນທາງການໃນວັນທີ 3 ພຶດສະພາ ເພື່ອເລືອກສະມາຊິກລັດຖະສະພາອົດສະຕຣາລີຊຸດທີ 48.
ການເລືອກຕັ້ງຄັ້ງນີ້ຈະມີໄລຍະເວລາຫາສຽງ 5 ອາທິດ ເຊິ່ງຈະເປັນການແຂ່ງຂັນລະຫວ່າງທ່ານ ອັລບາເນຊີ ແລະ ພັກແຮງງານຂອງທ່ານທີ່ເປັນລັດຖະບານ ກັບທ່ານ ປີເຕີ ດັດຕັນ (Peter Dutton) ຈາກພັກຮ່ວມຝ່າຍຄ້ານທີ່ປະກອບດ້ວຍພັກເສລີນິຍົມ (Liberal Party) ແລະ ພັກຊາດ (National Party).
ທ່ານ ອັລບາເນຊີ ກ່າວໃນລະຫວ່າງການຖະແຫລງຂ່າວຢູ່ອາຄານລັດຖະສະພາຫລັງຈາກເຂົ້າພົບທ່ານ ມອສຕິນ ວ່າ: ປະຊາຊົນຈະໄດ້ເລືອກຫົນທາງຕໍ່ໜ້າໃນການເລືອກຕັ້ງຄັ້ງນີ້ ແລະ ກ່າວອີກວ່າ: ພວກເຮົາບໍ່ສາມາດເລືອກບັນຫາທີ່ຈະຜະເຊີນໄດ້, ແຕ່ເຮົາສາມາດເລືອກວິທີຕອບສະໜອງໄດ້ ແລະ ສຽງຂອງປະຊາຊົນບໍ່ເຄີຍມີຄວາມສໍາຄັນຫລາຍເທົ່ານີ້ມາກ່ອນ.
ສໍານັກຂ່າວຊິນຮົວລາຍງານວ່າ: ຜົນສໍາຫລວດຄວາມຄິດເຫັນບົ່ງຊີ້ວ່າ: ການເລືອກຕັ້ງຄັ້ງນີ້ຈະເປັນການແຂ່ງຂັນທີ່ສູສີ.