ໂຄສົກຮາມັດເສຍຊີວິດຈາກການໂຈມຕີຂອງອິດສະລາແອນ
March 28, 2025 - 4:02 PM


ສື່ຂອງຮາມັດລາຍງານວ່າ: ທ່ານ ອັບເດລ-ລາຕີບ ອັລ-ຄາໂນອາ ໂຄສົກຂອງກຸ່ມຮາມັດ ໄດ້ເສຍຊີວິດຈາກການໂຈມຕີທາງອາກາດຂອງອິດສະລາແອນ ຢູ່ເມືອງຈາບາລີ ທາງພາກເໜືອຂອງເຂດກາຊາ ໃນວັນທີ 28 ມີນານີ້.
ໃນຕົ້ນອາທິດນີ້, ອິດສະລາແອນໄດ້ສັງຫານທ່ານ ອິສມາອິລ ບາຮູມ ແລະ ທ່ານ ຊາລາ ອັລ-ບາດາວີລ ເຊິ່ງທັງສອງຕ່າງກໍເປັນແກນນໍາຂອງກຸ່ມຮາມັດ ໂດຍຢູ່ໃນຄະນະກໍາມະການທີ່ມີອໍານາດຕັດສິນໃຈຂອງຮາມັດ ເຊິ່ງມີສະມາຊິກທັງໝົດ 20 ຄົນ, ແຕ່ໄດ້ຖືກສັງຫານ 11 ຄົນ ນັບແຕ່ການເລີ່ມຕົ້ນສົງຄາມໃນເດືອນຕຸລາ 2023.