ຜູ້ນໍາການາດາຢືນຢັນ ການພົວພັນເກົ່າກັບອາເມລິກາຈົບລົງແລ້ວ ກຽມຕອບໂຕ້ອາເມລິກາຂຶ້ນພາສີລົດ

- 222 9 - ຜູ້ນໍາການາດາຢືນຢັນ ການພົວພັນເກົ່າກັບອາເມລິກາຈົບລົງແລ້ວ ກຽມຕອບໂຕ້ອາເມລິກາຂຶ້ນພາສີລົດ
- kitchen vibe - ຜູ້ນໍາການາດາຢືນຢັນ ການພົວພັນເກົ່າກັບອາເມລິກາຈົບລົງແລ້ວ ກຽມຕອບໂຕ້ອາເມລິກາຂຶ້ນພາສີລົດ

      ທ່ານ ມາກ ຄານີ ນາຍົກລັດຖະມົນຕີການາດາ ຖະແຫລງພາຍຫລັງກອງປະຊຸມຄະນະລັດຖະບານຢູ່ນະຄອນຫລວງອອດຕາວາ ປະກາດທ່າທີຂອງການາດາໃນການຕອບໂຕ້ມາດຕະການທາງພາສີຂອງອາເມລິກາ ຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ປະກາດມາດຕະການຫລ້າສຸດ ດ້ວຍການຂຶ້ນພາສີນໍາເຂົ້າລົດ ແລະ ຊິ້ນສ່ວນລົດເປັນ 25%.

       ທ່ານ ຄານີ ຢືນຢັນວ່າ: ຈະໃຊ້ທຸກຕົວເລືອກທີ່ມີໃນການປົກປ້ອງແຮງງານ ແລະ ເສດຖະກິດຂອງການາດາ ແລະ ຈະຕອບໂຕ້ມາດຕະການຂຶ້ນພາສີຂອງອາເມລິກາ ດ້ວຍການດໍາເນີນທາງການຄ້າ ເຊິ່ງຈະສົ່ງຜົນກະທົບສູງສຸດຕໍ່ອາເມລິກາ, ຂະນະທີ່ສົ່ງຜົນກະທົບຕໍ່ການາດາໜ້ອຍທີ່ສຸດ.

- Visit Laos Visit SALANA BOUTIQUE HOTEL - ຜູ້ນໍາການາດາຢືນຢັນ ການພົວພັນເກົ່າກັບອາເມລິກາຈົບລົງແລ້ວ ກຽມຕອບໂຕ້ອາເມລິກາຂຶ້ນພາສີລົດ

      ທ່ານ ຄານີ ຊີ້ວ່າ: “ອາເມລິກາບໍ່ແມ່ນພັນທະມິດທີ່ເຊື່ອຖືໄດ້ອີກຕໍ່ໄປ” ພ້ອມປະກາດວ່າ: ການພົວພັນເກົ່າກັບອາເມລິກາ “ຈົບລົງແລ້ວ”.

       ທ່ານ ຄານີ ຢືນຢັນວ່າ: ການາດາຈໍາເປັນຕ້ອງສ້າງເສດຖະກິດທີ່ຊາວການາດາສາມາດຄວບຄຸມໄດ້ ເຊິ່ງລວມທັງການຄິດໃໝ່ກ່ຽວກັບການພົວພັນທາງການຄ້າກັບປະເທດພັນທະມິດອື່ນໆ.

       ຂະນະທີ່ການຂະຫຍາຍສົງຄາມການຄ້າດ້ວຍມາດຕະການຂຶ້ນພາສີສິນຄ້ານໍາເຂົ້າຂອງອາເມລິກາ ຄາດວ່າຈະສົ່ງຜົນເຮັດໃຫ້ເກີດຄວາມເສຍຫາຍຈໍານວນຫລາຍຕໍ່ການາດາ ເຊິ່ງມີອັດຕາສົ່ງອອກສິນຄ້າ 75% ໄປອາເມລິກາ.

      ໂດຍທ່ານ ຄານີ ກ່າວວ່າ: ທ່ານຈະເຈລະຈາກັບບັນດາເຈົ້າແຂວງ ແລະ ຜູ້ນໍາທຸລະກິດ ເພື່ອຫາລືເຖິງການປະສານງານແນວທາງຕອບໂຕ້ການຂຶ້ນພາສີລົດຂອງອາເມລິກາ.

       ສໍາລັບການຂຶ້ນພາສີນໍາເຂົ້າລົດຂອງອາເມລິກາຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ເມສາ, ສ່ວນພາສີຊິ້ນສ່ວນຈະເລີ່ມໃນເດືອນພຶດສະພາ ຫລື ຫລັງຈາກນັ້ນ.

       ທ່ານ ຄານີ ກ່າວວ່າ: ການຂຶ້ນພາສີລົດດັ່ງກ່າວບໍ່ເປັນທໍາ ແລະ ເປັນການລະເມີດຂໍ້ຕົກລົງທາງການຄ້າລະຫວ່າງອາເມລິກາ ແລະ ການາດາທີ່ຍັງມີຢູ່. ພ້ອມລະບຸເຖິງຂໍ້ຕົກລົງຜະລິດຕະພັນລົດລະຫວ່າງການາດາ ແລະ ອາເມລິກາ ທີ່ມີການລົງນາມນັບແຕ່ປີ 1965 ເຊິ່ງຖືເປັນຂໍ້ຕົກລົງທີ່ມີຄວາມສໍາຄັນຕໍ່ການຮ່ວມມືໃນອຸດສາຫະກໍາລົດຂອງທັງສອງປະເທດ ໂດຍທ່ານ ຄານີ ລະບຸວ່າ: ໄດ້ສິ້ນສຸດລົງແລ້ວຈາກຜົນຂອງການຂຶ້ນພາສີລົດດັ່ງກ່າວ.

         ຜ່ານມານອກຈາກພາສີລົດ, ອາເມລິກາຍັງໄດ້ກໍານົດພາສີນໍາເຂົ້າສິນຄ້າບາງສ່ວນຂອງການາດາໃນລະດັບ 25% ແລະ ຂຶ້ນພາສີນໍາເຂົ້າອາລູມີນຽມ ແລະ ເຫລັກທັງໝົດໃນລະດັບ 25% ໂດຍການາດາໄດ້ຕອບໂຕ້ດ້ວຍການຂຶ້ນພາສີນໍາເຂົ້າສິນຄ້າຂອງອາເມລິກາ ມູນຄ່າປະມານ 4.2 ໝື່ນລ້ານໂດລາ.

ອ້າງອີງ:

- 5 - ຜູ້ນໍາການາດາຢືນຢັນ ການພົວພັນເກົ່າກັບອາເມລິກາຈົບລົງແລ້ວ ກຽມຕອບໂຕ້ອາເມລິກາຂຶ້ນພາສີລົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!