ທ່ານ ທຣໍາ ປະກາດຂຶ້ນພາສີນໍາເຂົ້າລົດຍົນ 25% ກະຕຸ້ນການຜະລິດພາຍໃນປະເທດ


ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດກຽມຂຶ້ນພາສີນໍາເຂົ້າລົດ ແລະ ຊິ້ນສ່ວນລົດເປັນ 25% ທ່າມກາງຄວາມພະຍາຍາມຊຸກຍູ້ການຜະລິດລົດພາຍໃນປະເທດ. ຂະນະທີ່ຜູ້ຊ່ຽວຊານຢ້ານວ່າ ອາດກະທົບອຸດສາຫະກໍາລົດທົ່ວໂລກ ແລະ ອາດຂະຫຍາຍສົງຄາມການຄ້າໃຫ້ຮຸນແຮງຂຶ້ນ.
ໂດຍການເກັບພາສີນໍາເຂົ້າລົດອັດຕາ 25% ຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ເມສາ. ຂະນະທີ່ຊິ້ນສ່ວນລົດຄາດວ່າຈະເລີ່ມບັງຄັບໃຊ້ເດືອນພຶດສະພາ ຫລື ຫລັງຈາກນັ້ນ, ແຕ່ຍັງຍົກເວັ້ນການຂຶ້ນພາສີຊິ້ນສ່ວນລົດທີ່ນໍາເຂົ້າຈາກການາດາ ແລະ ແມັກຊິກ.
ປະທານາທິບໍດີ ທຣໍາ ອ້າງວ່າມາດຕະການດັ່ງກ່າວຈະສົ່ງຜົນເຮັດໃຫ້ອຸດສາຫະກໍາລົດເຕີບໃຫຍ່ແບບກ້າວກະໂດດ ແລະ ໃຫ້ຄໍາໝັ້ນວ່າຈະຊ່ວຍກະຕຸ້ນການຈ້າງວຽກ ແລະ ການລົງທຶນໃນອາເມລິກາ.
ເຖິງຢ່າງໃດກໍຕາມ, ນັກວິເຄາະຊີ້ວ່າ ມາດຕະການຂຶ້ນພາສີລົດດັ່ງກ່າວອາດຈະສົ່ງຜົນເຮັດໃຫ້ການຜະລິດລົດຢູ່ອາເມລິກາຕ້ອງຢຸດສະງັກຊົ່ວຄາວ ແລະ ສົ່ງຜົນເຮັດໃຫ້ລາຄາລົດເພີ່ມສູງຂຶ້ນ ໂດຍຕົ້ນທຶນຂອງລົດທີ່ນໍາເຂົ້າຊິ້ນສ່ວນອາໄຫລ່ຈາກຕ່າງປະເທດອາດເພີ່ມຂຶ້ນເຖິງຄັນລະຫລາຍພັນໂດລາ.
ຂະນະທີ່ການພົວພັນລະຫວ່າງອາເມລິກາກັບປະເທດພັນທະມິດອາດເຄັ່ງຕຶງຂຶ້ນອີກ.
ທັງນີ້, ອາເມລິກາເປັນຜູ້ນໍາເຂົ້າລົດອັນດັບ 1 ຂອງໂລກ ໂດຍໃນປີ 2024 ມີການນໍາເຂົ້າລົດປະມານ 8 ລ້ານຄັນ ຄິດເປັນມູນຄ່າການຄ້າປະມານ 240,000 ລ້ານໂດລາ ໂດຍແມັກຊິກ ຖືເປັນຜູ້ສະໜອງລົດຕ່າງປະເທດລາຍໃຫຍ່ທີ່ສຸດຂອງອາເມລິກາ, ຮອງລົງມາຄື ສ.ເກົາຫລີ, ຍີ່ປຸ່ນ, ການາດາ ແລະ ເຢຍລະມັນ.
ອ້າງອີງ: