ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະນີ ເສຍຫາຍ 1,920,912,742 ກີບ

- 486857578 967124482240959 3796977645002532453 n - ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະນີ ເສຍຫາຍ 1,920,912,742 ກີບ
- kitchen vibe - ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະນີ ເສຍຫາຍ 1,920,912,742 ກີບ

ວັນທີ 27 ມີນາ 2025, ທ່ານ ດຣ. ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມກວດກາ ກະຊວງສາທາລະນະສຸກ ໄດ້ລາຍງານບົດສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ກະຊວງສາທາລະນະສຸກ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຕໍ່ກອງປະຊຸມວຽກງານກວດກາຂອງ ກະຊວງ ສາທາລະນະສຸກ ເຊິ່ງມີຜົນສໍາເລັດໃນຫລາຍດ້ານເປັນຕົ້ນ:

- 486792922 967124515574289 2097459980903040214 n 1024x683 - ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະນີ ເສຍຫາຍ 1,920,912,742 ກີບ

  • ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາລັດເປັນປົກກະຕິ ຢູ່ພະແນກສາທາລະນະສຸກ ຂັ້ນທ້ອງຖິ່ນ ແລະ ກົມກອງອ້ອມຂ້າງກະຊວງ.
  • ໄດ້ຕິດຕາມ-ກວດກາການສໍ້ລາດບັງຫລວງ 3 ກໍລະນີ: ຕິດຕາມການເກັບກູ້ເງິນຄືນ 2 ກໍລະນີ ພົບເຫັນ ມູນຄ່າເສຍຫາຍທັງໝົດຫຼາຍກວ່າ 1ຕື້ 920,000,000 ກວ່າກີບ, ເກັບກູ້ຄືນໄດ້ຫຼາຍກວ່າ 195,000,000 ກວ່າກີບ ແລະ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນເພື່ອເປີດການສືບສວນ-ສອບສວນ, 1 ກໍລະນີ ຍັງບໍ່ສາມາດປະເມີນຜົນເສຍຫາຍໄດ້ເທື່ອ.
  • ໄດ້ຕິດຕາມການແກ້ໄຂຜົນຂອງການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ແລະ ຄໍາແນະນໍາກວດສອບສົກຜ່ານມາ 20 ບັນຫາ, ໃນນີ້ໄດ້ຮັບການປັບປຸງແກ້ໄຂຂາດຕົວ 6 ບັນຫາ, ມີການປັບປຸງແກ້ໄຂແຕ່ບໍ່ຂາດຕົວ 14 ບັນຫາ ແລະ ບັນຫາທີ່ເກີດຂຶ້ນໃໝ່ ໃນປີ 2023 ຈໍານວນ 8 ບັນຫາ.
  • ໄດ້ຮັບ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ, ບັດສົນເທໃໝ່ 6 ກໍລະນີ ແລະ ສືບຕໍ່ຄົ້ນຄວ້າ ຄໍາຮ້ອງ-ຄໍາສະເໜີ ປີຜ່ານມາ 3 ກໍລະນີ ລວມທັງໝົດ 9 ກໍລະນີ. ໃນນີ້, ແກ້ໄຂສໍາເລັດແລ້ວ 3 ກໍລະນີ, ກຳລັງຈັດຕັ້ງປະຕິບັດ 4 ກໍລະນີ, ຕິດຕາມທິດຊີ້ນໍາຈາກຂັ້ນເທິງ 2 ກໍລະນີ (ຄໍາຮ້ອງທີ່ພົບຫຼາຍແມ່ນຄວາມບໍ່ພໍໃຈຕໍ່ການບໍລິການປິ່ນປົວສຸຂະພາບ, ບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ພະນັກງານ ທີ່ກະທຳຜິດຕໍ່ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ).

ທີ່ມາ: ວາລະສານກວດກາ

- Visit Laos Visit SALANA BOUTIQUE HOTEL - ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະນີ ເສຍຫາຍ 1,920,912,742 ກີບ
- 4 - ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະນີ ເສຍຫາຍ 1,920,912,742 ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!