ອາລະຍະທຳອັນເກົ່າແກ່ ແລະ ມີຄຸນຄ່າທາງຈິດໃຈ ຈົ່ງຮັກສາໄວ້ໃຫ້ຍືນນານ


ໂດຍ: ຜາຕຸງ
ປະເທດລາວເປັນປະເທດໜຶ່ງທີ່ມີປະຫວັດຄວາມຮຸ່ງເຮືອງເຫຼືອງເຫຼື້ອມທາງ ອາລະຍະທຳ ຮ່ອງຮອຍປະຫວັດສາດ ດັ່ງນັ້ນມັນຈຶ່ງບໍ່ແມ່ນເລື່ອງແປກປະຫຼາດແຕ່ປະການໃດ ທີ່ເຮົາຈະພົບເຫັນ ຮ່ອງຮອຍຂອງ ອາລະຍະທຳເຫຼົ່ານັ້ນ ເປັນຕົ້ນແມ່ນ ທາດເກົ່າແກ່, ຜາສາດຫີນ, ເຮືອນຫີນ, ວັດຖຸໂບຮານ ແລະ ອື່ນໆ ຢູ່ແຕ່ລະເຂດແຕ່ລະແຂວງຂອງປະເທດ ມາຮອດປັດຈຸບັນວັດຖຸບູຮານອັນເກົ່າແກ່ເຫຼົ່ານັ້ນໄດ້ຮັບການປົກປັກກຮັກສາທະນຸບຳລຸງໄວ້ ຈົນມີຫຼາຍຢ່າງກາຍເປັນມໍລະດົກໂລກ, ມໍລະດົກທ້ອງຖິ່ນ ແລະ ແຕ່ລະປີເພິ່ນໄດ້ ສະເຫຼີມສະຫຼອງຢ່າງຄຶກຄື້ນມ່ວນຊື່ນ.
ຜາສາດເຮືອນຫີນ ເປັນສະຖາປັດຕິຍະກໍາທີ່ໂດດເດັ່ນລໍ້າຄ່າ, ບົ່ງບອກ ເຖິງຄວາມເກັ່ງກ້າສາມາດ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນລາວໃນສະໄໝບູຮານ ແລະ ເປັນສັນຍາລັກໃຫ້ແກ່ຄົນລຸ້ນຫຼັງໄດ້ເຫັນຄວາມເປັນມາຂອງຊາດລາວ ແລະ ເປັນອີກຊາດໜຶ່ງທີ່ມີ ຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອາລະຍະທໍາ ຊຶ່ງບັນພະບຸລຸດລາວໃນແຕ່ລະຍຸກແຕ່ລະສະໄໝ ໄດ້ປົກປັກຮັກສາ ແລະ ສ້າງສາພັດທະນາມາໂດຍບໍ່ນ້ອຍໜ້າກວ່າຊາດອື່ນໃດ, ໂດຍສະເພາະ ສີໄມ້ລາຍມືອັນປະນີດໂດດເດັ່ນຂອງຄົນລາວບູຮານກໍຍັງຕັ້ງປະດິດສະຖານໄວ້ຢ່າງໝັ້ນຄົງ ແລະ ສັກສິດມາເຖິງທຸກວັນນີ້, ຜາສາດເຮືອນຫີນເມືອງໄຊພູທອງ ແຂວງສະຫວັນນະເຂດ ຖືວ່າເປັນແຫ່ງທີ 2 ຂອງປະເທດລາວຖັດຈາກ ຜາສາດຫີນວັດພູຈໍາປາສັກ ເຊິ່ງຕັ້ງຢູ່ທາງພາກໃຕ້ ຂອງປະເທດລາວ ເຊິ່ງເຫັນໄດ້ວ່າລວດລາຍສີໄມ້ລາຍມື ແມ່ນມີຮູບຊົງໂຄງສ້າງສະຖາປັດຕິຍະກໍາທີ່ຄ້າຍຄືກັນ.
ສະຖາປັດຕິຍະກໍາແຫ່ງນີ້ຖືວ່າ ເປັນມູນມໍລະດົກອັນລໍ້າຄ່າທີ່ບັນພະບຸລຸດລາວໄດ້ສ້າງຂຶ້ນ ແລະ ສືບທອດຕໍ່ໆກັນມາຈົນເຖິງປັດຈຸບັນ, ນັບໄດ້ວ່າ ເປັນສະຖານທີ່ແຫ່ງໜຶ່ງທີ່ມີຄວາມສັກສິດ ແລະ ປະຊາຊົນລາວບັນດາເຜົ່າໃຫ້ຄວາມສັກກາລະບູຊາ, ສະນັ້ນ ແຕ່ລະປີພໍເຖິງເດືອນ 4 ເພັງ ຂອງທຸກໆປີ ປະຊາ ຊົນພາຍໃນທ້ອງຖິ່ນ ໂດຍສະເພາະຊາວເມືອງໄຊພູທອງກໍ່ຄືຊາວພຸດທະບໍລິສັດທັງຫຼາຍທັງໃກ້ ແລະ ໄກມີຄວາມເຫຼື້ອມໃສ, ມີໃຈສັດທາພ້ອມພຽງກັນຈັດງານບຸນສະເຫຼີມສະຫຼອງ ຜາສາດ ເຮືອນຫີນ ແຫ່ງນີ້ຕະຫຼອດມາ, ຊຶ່ງການຈັດງານສະເຫຼີມສະຫຼອງນີ້ ດ້ານໜຶ່ງກໍ່ ເພື່ອເປັນການສັກກາລະບູຊາສິ່ງສັກສິດໃນສະຖານທີ່ແຫ່ງນີ້ ແລະ ອີກດ້ານກໍເພື່ອລໍ້າລຶກເຖິງຄຸນງາມຄວາມດີ ຂອງບັນພະບຸລຸດທີ່ໄດ້ທີ່ໄດ້ສ້າງປັດຕິຍະກໍາອັນລໍ້າເລີດນີ້ຂຶ້ນມາບົນຜືນແຜ່ນດິນລາວ, ພ້ອມນີ້ກໍຖືເອົາສະຖານທີ່ແຫ່ງນີ້ເປັນສູນລວມທາງດ້ານຈິດໃຈ ແລະ ເຕົ້າໂຮງຄວາມສາມັກຄີຂອງປະຊາຊົນ ບັນດາເຜົ່າ ແລະ ກໍ່ໄດ້ຖືເອົາໂອກາດນີ້ເປັນບ່ອນແລກປ່ຽນຊື້ – ຂາຍຜົນຜະລິດຕ່າງໆຂອງພໍ່ແມ່ ປະຊາຊົນ ແລະ ສ້າງເງື່ອນໄຂໃຫ້ແກ່ປະຊາຊົນໄດ້ສະແດງຄວາມເບີກບານມ່ວນຊື່ນ, ພົບປະສ້າງສັນ ທາງດ້ານສິນລະປະວັນນະຄະດີ ແລະ ກິລາປະເພດຕ່າງໆຕາມວິຖີຊີວິດຂອງປະຊາຊົນ.
ໄຊພູທອງ ເປັນເມືອງໜຶ່ງທີ່ມີທ່າແຮງທາງດ້ານການທ່ອງທ່ຽວເຊິ່ງມີ ທາງດ້ານທໍາມະຊາດ, ທາງປະຫວັດສາດ, ທາງວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວອື່ນໆທີ່ສໍາຄັນອີກຫຼາຍໆແຫ່ງ, ສະນັ້ນການນໍາຂອງເມືອງຈຶ່ງໄດ້ເອົາໃຈໃສ່ ນາພາ – ຊີ້ນໍາສ້າງເງື່ອນໄຂອໍານວຍຄວາມສະດວກໂດຍ ສະເພາະແມ່ນການສ້າງພື້ນຖານໂຄງລ່າງ ແລະ ຂຸດຄົ້ນພັດທະນາທ່າແຮງດ້ານການທ່ອງທ່ຽວເພື່ອ ສ້າງຄວາມໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມາທ່ອງທ່ຽວມາທ່ອງທ່ຽວຢູ່ ໄຊພູທອງ ໃຫ້ນັບມື້ນັບຫຼາຍຂຶ້ນ ພິເສດໃນປີນີ້ກົມມໍລະດົກແຫ່ງຊາດກໍໄດ້ຮັບຮອງເອົາ ຜາສາດເຮືອນຫີນຂຶ້ນເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນເປັນທາງການແລ້ວ.
ຮ່ອງຮອຍປະຫວັດສາດ ອາລະຍະທຳອັນເຮືອງຮຸ່ງໃນລາວ ແມ່ນສິ່ງທີ່ມີຄຸນຄ່າທາງດ້ານຈິດໃຈຂອງປະຊາຊົນລາວບັນດາເຜົ່າ ແມ່ນຊັບສົມບັດລວມຂອງວົງຄະນາຍາດແຫ່ງຊາດ ບໍ່ອະນຸຍາດໃຫ້ບຸກຄົນນິຕິບຸກຄົນໃດ ພາກສ່ວນໃດຢຶດເປັນກຳມະສິດສ່ວນຕົວຫ້າມທຳລາຍເດັດຂາດ ແຕ່ສາມາດບູລະນະປະຕິສັງຂອນໄດ້ ທຸກຄົນຈົ່ງພ້ອມກັນປົກປັກຮັກສາໄວ້ໃຫ້ໝັ້ນຄົງຄຽງຢູ່ຄູ່ກັບຄົນລາວ ຊາດລາວຕະຫຼອດໄປ.