ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນມີນາ 2025 ເພີ່ມຂຶ້ນ 11.2%

- CPI Monthly Report 3 Q1 2025 002 - ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນມີນາ 2025 ເພີ່ມຂຶ້ນ 11.2%
- kitchen vibe - ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນມີນາ 2025 ເພີ່ມຂຶ້ນ 11.2%

ສູນສະຖິຕິແຫ່ງຊາດ ລາຍງານວັນທີ 25 ມີນາ 2025 ນີ້ວ່າ: ອັດຕາເງິນເຟີ້ ເດືອນມີນາ 2025 ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຄືມາຢູ່ໃນລະດັບ 11.2% (ເດືອນ ມັງກອນ 15.5%, ເດືອນກຸມພາ 2025 ຢູ່ໃນລະດັບ 12.7%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນ ຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 28.6%; ໝວດຮັກສາ ສຸຂະພາບ ແລະ ຢາ ເພີ່ມຂື້ນ 21.4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 19.1%, ໝວດການສຶກສາ ເພີ່ມຂຶ້ນ 18.1%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 16.4%, ໝວດເຫຼົ້າ ແລະ ຢາສູບ 15%.

ພ້ອມກັນນັ້ນ, ເມື່ອສັງເກດການປ່ຽນແປງຂອງລາຄາເດືອນ ມີນາ 2025 ທຽບກັບເດືອນ ກຸມພາ 2025 ເຫັນວ່າລາຄາຫຼຸດລົງ ເລັກໜ້ອຍ ຈາກເດືອນຜ່ານມາ ຢູ່ໃນລະດັບ -0.1% ໃນນັ້ນ, ໝວດສິນຄ້າທີ່ຫຼຸດລົງ ມີ: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ່າ ຫຼຸດລົງ -0.9% ພົ້ນເດັ່ນ ແມ່ນລາຄາຜັກສົດ (ຫຼຸດລົງ -5.6%), ປາ (-1.3%), ໝາກໄມ້ (-1%); ໝວດຄົມມະນາຄົມ ແລະ ການຂົນສົ່ງ ຫຼຸດລົງ -0,9%, ພົ້ນເດັ່ນ ແມ່ນລາຄານໍ້າມັນເຊື່ອໄຟ (ຫຼຸດລົງ -5.7%), ພາຫານະຂົນສົ່ງ (-0.4); ໝວດໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຫຼຸດລົງ -0.7% ພື້ນ ເດັ່ນ ແມ່ນລາຄາໄປສະນີ (ຫຼຸດລົງ -2.9%), ໂທລະສັບ (-1%).

ສໍາລັບ ອັດຕາເງິນເຟີ້ໄຕມາດ 1 ປີ 2025 ຢູ່ໃນລະດັບ 13.1% (ໄຕມາດ 1 ປີ 2024 ແມ່ນ 24.9%). ໃນ ນັ້ນ, ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 25.1%, ພົ້ນເດັ່ນແມ່ນລາຄາ ໄຟຟ້າ, ຫີນແຮ່, ຊາຍ, ໄມ້ແປຮູບ; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 22.5%, ພົ້ນເດັ່ນແມ່ນລາຄາຢາ, ການບໍລິການຄົນເຈັບພາຍນອກ ແລະ ການບໍລິການຈາກໂຮງໝໍເອກະຊົນ; ໝວດ ເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 20.5%, ພົ້ນເດັ່ນແມ່ນລາຄາເຄື່ອງໃຊ້ໃນເຮືອນປະຈໍາວັນ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງເຟີນີເຈີ; ໝວດການສຶກສາ ເພີ່ມຂຶ້ນ 20.4% ພົ້ນເດັ່ນແມ່ນລາຄາເທີມຮຽນ, ເຄື່ອງແບບນັກຮຽນ, ຄ່າຮຽນ ເພີ່ມ; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 18.5% ພົ້ນເດັ່ນແມ່ນລາຄາອາຫານສຸກເຊັ່ນ ເຂົ້າຜັດ, ປີ້ງປາ, ເຂົ້າປຽກ, ເຂົ້າຜັດ, ເຝີ.

ສາເຫດຕົ້ນຕໍຂອງອັດຕາເງິນເຟີ້ ເໜັງຕິງເພີ່ມຂື້ນຊ້າລົງຍ້ອນ ສະພາບອັດຕາແລກປ່ຽນທີ່ສືບຕໍ່ມີສະເຖຍລະພາບ ດີຂຶ້ນ ແລະ ສະພາບການຜະລິດໂດຍສະເພາະແມ່ນສິນຄ້າກະສິກຳ ຍັງສືບຕໍ່ສະໜອງໄດ້ຕາມຄວາມຕ້ອງການ. ພ້ອມ ນັ້ນ ລາຄາສິນຄ້ານໍາເຂົ້າລວມທັງນໍ້າມັນເຊື້ອໄຟ ຢູ່ຕະຫລາດໂລກບໍ່ເໜັງຕຶງຫຼາຍ.

- 4 - ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນມີນາ 2025 ເພີ່ມຂຶ້ນ 11.2%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!