ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ

- WhatsApp Image 2025 03 27 at 16 - ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ
- kitchen vibe - ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ

ວັນທີ 27 ມີນາ 2025 ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ແຂວງໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມຊະຕາກຳດຽວກັນ (Asia in the changing World: Towards a shared Future)”.

- WhatsApp Image 2025 03 27 at 16 - ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ກອງປະຊຸມເວທີປຶກສາຫາລືໃນຄັ້ງນີ້, ເຊິ່ງຖືເປັນເວທີປຶກສາຫາລືທີ່ສໍາຄັນ ໃນການຮ່ວມມື, ການສ້າງສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ, ຮ່ວມກັນຊອກຫາວິທີການແກ້ໄຂບັນຫາ ແລະ ຮັບມືສິ່ງທ້າທາຍຕ່າງໆ. ເນັ້ນຢໍ້າເຖິງທັດສະນະຂອງ ສປປ ລາວ ຕໍ່ກັບການປະກອບສ່ວນເຂົ້າໃນການເສີມສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ ໂດຍສະເພາະ ໃນໄລຍະທີ່ສະພາບການຂອງໂລກມີຄວາມເຄັ່ງຕຶງທາງດ້ານການເມືອງ ແລະ ເສດຖະກິດ, ການປ່ຽນແປງຂອງພູມມີສາດທີ່ຄາດການໄດ້ຍາກ ເຊິ່ງບໍ່ພຽງໄດ້ສົ່ງຜົນກະທົບຕໍ່ບັນດາປະເທດທີ່ກ່ຽວຂ້ອງເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບອອກເປັນວົງກວ້າງຕໍ່ວົງຄະນະຍາດສາກົນ. ຕໍ່ໜ້າສະພາບການດັ່ງກ່າວ, ປະຊາຄົມໂລກ ຕ້ອງມີການປັບຕົວ ແລະ ກຽມຄວາມພ້ອມເພື່ອຮັບມື ແລະ ຊອກຊ່ອງທາງໃນການເພີ່ມທະວີການຮ່ວມມືໃຫ້ຫລາຍກວ່າເກົ່າ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ພວກເຮົາຈະຕ້ອງໄດ້ສືບຕໍ່ຮັດແໜ້ນການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ໂລກ ໂດຍຜ່ານການພັດທະນາໂຄງລ່າງພື້ນຖານ, ການປະສານກົມກຽວດ້ານນະໂຍບາຍ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນກັບປະຊາຊົນ ແນໃສ່ສົ່ງເສີມຄວາມເຂົ້າໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ
- WhatsApp Image 2025 03 27 at 16 - ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ

ທ່ານນາຍົກ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ທີ່ ທ່ານ ສີ ຈິ້ນຜິງ ໄດ້ປະກາດໃນປີ 2013 ເຊິ່ງຖືເປັນກົນໄກແຫ່ງການຮ່ວມມືພະຫຸພາຄີ ທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ, ທັງເປີດກວ້າງພັດທະນາເສດຖະກິດໂລກໃນທຸກດ້ານ ໂດຍຖືເອົາຄວາມຜາສຸກຂອງປະຊາຊົນໃນທົ່ວໂລກເປັນບຸລິມະສິດອັນດັບໜຶ່ງ ເຊິ່ງຂໍ້ລິເລີ່ມດັ່ງກ່າວໄດ້ກາຍເປັນພື້ນຖານ ແລະ ສາມາດເຊື່ອມສານກັບກົນໄກການຮ່ວມມືໃນລະດັບພາກພື້ນຢ່າງກົມກືນ. ໃນນັ້ນ, ກໍແມ່ນ “ແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນ ປີ 2025” ກໍຄື ຍຸດທະສາດການຫັນປະເທດບໍ່ມີທາງອອກສູ່ທະເລ ມາເປັນສູນກາງເຊື່ອມຈອດຂອງ ສປປ ລາວ ໂດຍສະເພາະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການຕົວແບບໜຶ່ງໃນການປະຕິບັດຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ແລະ ຖືເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວ.

- 5 - ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!