ປະກາດໃຊ້ ລັດຖະທຳມະນູນ ສະບັບປັບປຸງ 2025 ຢ່າງເປັນທາງການ


ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານ ຜູ້ປະຈຳການ ແລະ ຫົວໜ້າກອງເລຂາ ຄະນະກຳມະການລະດັບຊາດ ໄດ້ຖະແຫລງກ່ຽວກັບການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການໃນວັນທີ 27 ມີນາ 2025 ທີ່ສະພາແຫ່ງຊາດວ່າ: ຜ່ານການກະກຽມມາເປັນເວລາ 10 ເດືອນກວ່າ ນັບແຕ່ເດືອນ ພຶດສະພາ ປີ 2024 ເປັນຕົ້ນມາ, ໃນວັນທີ 17 ມີນາ 2025 ຄະນະກໍາມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ນຳສະເໜີຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ.
ຜ່ານການພິຈາລະນາຢ່າງຖີ່ຖ້ວນ, ເລິກເຊິ່ງ ມາໃນຕອນບ່າຍວັນທີ 20 ມີນາ 2025 ນີ້, ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ມີໜ້າເຂົ້າຮ່ວມກອງປະຊຸມ ຈຳນວນ 156 ທ່ານ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນສະບັບປັບປຸງປີ 2025 ຢ່າງເປັນເອກະສັນສູງ ໃນນີ້, ໄດ້ມີຈຳນວນ 155 ທ່ານ ລົງຄະແນນສຽງເຫັນດີ ເທົ່າກັບ 99,35% ຂອງຈຳນວນສະມາຊິກສະພາແຫ່ງຊາດທັງໝົດ ທີ່ເຂົ້າຮ່ວມກອງປະຊຸມ, ບໍ່ເຫັນດີ ຈໍານວນ 1 ທ່ານ ເທົ່າກັບ 0,64% ແລະ ບໍ່ອອກສຽງ 0%.
ມາໃນວັນທີ 22 ມີນາ 2025 ນີ້ ທ່ານ ທອງລຸນ ສີສຸລິດ ປະທານເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ, ລົງວັນທີ 22 ມີນາ 2025 ປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.
ການພິຈາລະນາຮັບຮອງ ແລະ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ. ຍ້ອນວ່າ ການປັບປຸງລັດຖະທໍາມະນູນຄັ້ງນີ້ ແມ່ນແນໃສ່ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນລະບົບອໍານຳດແຫ່ງລັດ ໃຫ້ມີປະ ສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; ທັງເປັນການປັບປຸງນິຕິກໍາສູງສຸດຂອງລັດເຮົາ ທີ່ເປັນກົດໝາຍພື້ນຖານຂອງຊາດ ໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ ແລະ ການຄຸ້ມຄອງ-ບໍລິຫານລັດ ໃນໄລຍະໃໝ່.
ເນື້ອໃນລັດຖະທຳມະນູນ ສະບັບປີ 2025 ນີ້ ລວມມີ: ຄຳນໍາ ແລະ 14 ໝວດ, 122 ມາດຕາ, ທຽບໃສ່ລັດຖະທໍາມະນູນ ສະບັບປີ 2015 ແມ່ນມີຄຳນໍາ ແລະ 14 ໝວດ, 119 ມາດຕາລື່ນພຽງແຕ່ 3 ມາດຕາ. ໝາຍຄວາມວ່າ ມີມາດຕາ ໃໝ່ 5 ມາດຕາ ຄື: ມາດຕາ 11 ກຳນົດກ່ຽວກັບຄວາມໝາຍຄວາມສຳຄັນຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ອຳນາດອະທິປະໄຕຂອງຊາດ; ມາດຕາ 103, 104, 105 ແລະ 106 ຊຶ່ງເປັນມາດຕາໃໝ່ກຳນົດກ່ຽວກັບການກວດກາລັດ.
ນອກຈາກ 5 ມາດຕາໃໝ່, ຍັງມີ 62 ມາດຕາ ໄດ້ມີການປັບປຸງ ແລະ ມາດຕາບໍ່ໄດ້ປັບປຸງມີ 55 ມາດຕາ. ໃນ 62 ມາດຕາ ທີ່ມີການປັບປຸງນັ້ນ ບັນຫາສໍາຄັນແມ່ນໄດ້ປັບປຸງກ່ຽວກັບການປົກຄອງທ້ອງຖິ່ນ ເປັນຕົ້ນ ການແບ່ງຂັ້ນການປົກຄອງທ້ອງຖິ່ນ ເປັນ 3 ຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ. ລັດຖະທຳມະນູນ ສະບັບປີ 2015 ໄດ້ກຳນົດເອົາການປົກ ຄອງຂັ້ນບ້ານ ເປັນການປົກຄອງຕໍ່າສຸດ ແຕ່ລັດຖະທຳມະນູນ ປີ 2025 ແມ່ນກຳນົດເອົາຂັ້ນຕາແສງເປັນຂັ້ນການປົກຄອງຕໍ່າສຸດ. ສຳລັບຂັ້ນບ້ານ ແມ່ນເປັນການຈັດຕັ້ງຊຸມຊົນ ຫຼື ການຈັດຕັ້ງຂອງປະຊາຊົນພາຍໃນບ້ານ ໂດຍມີການເລືອກຕັ້ງຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.
ພະນັກງານຂັ້ນຕາແສງ ຈະເປັນພະນັກງານລັດ ແລະ ຂັ້ນຕາແສງ ຈະເປັນຫົວໜ່ວຍງົບມານອີກຂັ້ນໜຶ່ງ. ພ້ອມກັນນີ້, ໄດ້ມີການປ່ຽນແປງຊື່ເອີ້ນຈາກເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ, ເຈົ້າເມືອງ, ນາຍບ້ານ, ມາເປັນປະທານຄະນະກຳມະການປົກຄອງນະຄອນຫລວງ, ປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ ແລະ ປະທານຄະນະກຳມະການປົກຄອງຕາແສງ. ລາຍລະອຽດຍັງມີເອກະສານ ຮ່ຳຮຽນສະເພາະ ແລະ ກຳນົດໃນກົດໝາຍການປົກຄອງທ້ອງຖິ່ນ.
ນອກຈາກການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນແລ້ວ, ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຍັງໄດ້ພິຈາລະນາຮັບຮອງເອົາກົດ ໝາຍການປົກຄອງທ້ອງຖິ່ນ ແລະ ກົດໝາຍພະນັກງານ-ລັດຖະກອນ ສະບັບປັບປຸງ ຊຶ່ງລາຍລະ ອຽດຈະມີການແຈ້ງຂ່າວຕື່ມຕໍ່ໄປ.