ລາວ-ໄທ ຮ່ວມມືດ້ານວຽກງານຕຳຫລວດ ແກ້ໄຂບັນຫາອາຊະຍາກຳຂ້າມຊາດ


ໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 27 ມີນາ 2025 ກະຊວງປ້ອງກັນຄວາມສະຫງົບລາວ-ໄທ ໄດ້ປຶກສາຫາລືກັນກ່ຽວກັບການຮ່ວມມືວຽກງານຕໍາຫລວດ ຄັ້ງທີ VIII, ໂດຍການເປັນປະທານຮ່ວມຂອງ ພົນຈັດຕະວາ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ພົນຕຳຫຼວດໂທ ອິດທິພົນ ອິດທິສານລົນນະໄຊ ຜູ້ຊ່ວຍຜູ້ບັນຊາການຕຳຫລວດແຫ່ງຊາດ ສໍານັກງານຕໍາຫລວດແຫ່ງຊາດ ຣາຊະອານາຈັກໄທ, ມີຄະນະຜູ້ແທນ ສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.
ສອງຝ່າຍປຶກສາຫາລື, ແລກປ່ຽນຄວາມຄິດເຫັນ, ບົດຮຽນທີ່ດີໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳ, ແນໃສ່ເຮັດໃຫ້ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນຫາອາຊະຍາກຳປະເພດຕ່າງໆ, ຮູບແບບ, ເລ່ລ່ຽມການເຄື່ອນໄຫວ ໂດຍປະສານຜ່ານບັນດາກົນໄກ ເຊັ່ນ: ຫ້ອງການປະສານງານ ຊາຍແດນ (BLO), ຕຳຫລວດສາກົນ, ທາງການທູດ ແລະ ອື່ນໆ ໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ຕາມ ເງື່ອນໄຂທີ່ເໝາະສົມ ເພື່ອສະກັດກັ້ນ ແລະ ຕ້ານບັນດາອາຊະຍາກຳໃຫ້ທັນເວລາ.


ພັນເອກ ນາງ ວັນເພັງ ພົມມີໄຊ ຫົວໜ້າກົມຕຳຫລວດສາກົນ ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ລາຍງາານ ວ່າ: ສອງຝ່າຍໄດ້ ປຶກສາຫາລື ແລະ ຮັບຮອງບາງບັນຫາທີ່ພົ້ນເດັ່ນປີຜ່ານມາ ແລະ ຄົ້ນຄວ້າທິດທາງເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ແລະ ອາຊະຍາກໍາທີ່ກ່ຽວ ຂ້ອງອື່ນ ເປັນຕົ້ນ: ການລັກລອບຄ້າຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ການໂຈລະກຳ, ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ ແລະ ວຽກງານອາຊະຍາກໍາທາງດ້ານຄອມພິວເຕີ.
ທີ່ມາ: ຄວາມສະຫງົບ Lao Security News