ຢຶດໝັ້ນ ແລະ ເດີນຕາມອຸດົມການຂອງພັກ

- 485140301 122182002032050862 5468987415846131238 n - ຢຶດໝັ້ນ ແລະ ເດີນຕາມອຸດົມການຂອງພັກ
- kitchen vibe - ຢຶດໝັ້ນ ແລະ ເດີນຕາມອຸດົມການຂອງພັກ

ໂດຍ: ຜາຕຸງ

ໄລຍະນີ້ເຫັນວ່າຫຫຼາຍພາກສ່ວນຫຼາຍກົມກອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນພວມເລັ່ງການຈັດພິທີຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ການນຳ, ອະດີດການນຳ ສະມາຊິກພັກ ທັງບຳນານ ແລະ ປະຈຳການທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ເຫັນວ່າມີບັນຍາກາດຟົດຟື້ນດີ ມີຄວາມເອກ ອ້າງທະນົງໃຈໃນຜົນງາານຂອງຕົນທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດການ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ກໍ່ຄືພາລະກິດສ້າງສາພັດທະນາຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ຢ່າງສຸດກົກສຸດປາຍ.

- Visit Laos Visit SALANA BOUTIQUE HOTEL - ຢຶດໝັ້ນ ແລະ ເດີນຕາມອຸດົມການຂອງພັກ

ການປະດັບຫຼຽນກາລະນຶກ 70 ປີ ຂອງພັກ ຜ່ານມາມີຫລາຍບ່ອນໄດ້ຈັດພິທີຢ່າງໃຫຍ່ໂຕສົມກຽດ ກັບຫຼຽນ 70 ປີ ຂອງພັກ ບາງບ່ອນກໍ່ຈັດຕັ້ງພິທີແບບລຽບງ່າຍ ແຕ່ເຕັມໄປດ້ວຍຄວາມໝາຍອັນສຳຄັນ ແລະ ໜັກແໜ້ນ ຕໍ່ແນວທາງ ແລະ ອຸດົມການຂອງພັກແຕ່ຕົ້ນຕະຫຼອດປາຍ  ນັ້ນເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງ ຂອງຜູ້ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການປະດັບຫຼຽນກາລະນຶກ 70 ປີ ຂອງພັກ  ຍັງເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ຜູ້ທີ່ມີຜົນງານຄຸນງາມ ຄວາມດີເດັ່ນຕໍ່ປະເທດຊາດ ຕໍ່ປະຊາຊົນ ແລະ ວິລະກໍາ ຂອງບັນດາສະຫາຍຍັງຫອມຫວນ, ຮຸ່ງໃສ ເປັນອໍາມະຕະໃນດວງໃຈຂອງປະຊາຊົນລາວບັນດາເຜົ່າ ແລະ ຖືກຈາລຶກໄວ້ໃນປື້ມຄໍາໜ້າປະຫວັດສາດ ຂອງພັກປະຊາຊົນ ປະຕິວັດລາວ ແລະ ປະຫວັດສາດຂອງຊາດລາວຕະຫຼອດໄປ.

ແນວໃດກໍດີ ການທີ່ຈະໄດ້ມີຫຼຽນ 70 ປີ ຂອງພັກປະຊາຊົນປະຕິວັດລາວ ອັນຊົງຄຸນຄ່າ ນີ້ ບໍ່ແມ່ນວ່າຜູ້ໃດຢາກໄດ້ກໍໄດ້ ມັນຕ້ອງໄດ້ຜ່ານການກັ່ນຕອງຄັດເລືອກຄັດຈ້ອນ ຈາກກົມກອງທ້ອງຖິ່ນຢ່າງລະ ອຽດຖ້ວນຖີ່ ເລືອກໄດ້ຜູ້ທີ່ມີຜົນງານ ຄຸນງາມຄວາມດີເໜືອຄົນອື່ນຢ່າງເດັ່ນຊັດແທ້ໆ ຈະແມ່ນສະມາ ຊິກພັກ ຜູ້ບຳນານ ຫຼື ສະມາຊິກພັກທີ່ຍັງປະຈຳການ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ຫຼາຍທ່ານ ຫຼາຍສະຫາຍເຂົ້າໃຈຜິດ ຄິດວ່າຕົນເອງກໍເຮັດວຽກມາຫຼາຍປີ ແຕ່ເປັນຫຍັງບໍ່ໄດ້ຮັບ ເກີດມີການປຽບທຽບຊັ່ງຊາໄປຕ່າງໆນານາ.

ໃນຖານະທີ່ພວກເຮົາຜູ້ເປັນຮຸ່ນສືບທອດ ຈະຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຜົນງານ ແລະ ວິລະກໍາອັນໂດດເດັ່ນ, ນໍ້າໃຈຮັກຊາດອັນດູດດື່ມ, ຄວາມກ້າແກ່ນເດັດດ່ຽວໜຽວແໜ້ນບໍ່ຍອມຈໍານົນ, ຄວາມຊື່ສັດບໍລິສຸດຈົ່ງຮັກພັກດີ ແລະ ເຊື່ອໝັ້ນຢ່າງຕາຍໃຈ ຕໍ່ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ຂອງບັນດາສະຫາຍ ໄວ້ເປັນທວນໄຟຊີວິດ ແລະ ເປັນແວ່ນແຍງແຫ່ງເສັ້ນທາງກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ, ຈະສືບຕໍ່ປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອອັນດີ ງາມຕະຫຼອດໄປ; ຕ້ອງຢຶດໝັ້ນໃນອຸດົມການ, ຮັກສາທາດແທ້, ລັກສະນະຊົນຊັ້ນຂອງພັກ; ສ້າງຄວາມສາມັກຄີອັນເປັນປຶກແຜ່ນຢູ່ພາຍໃນພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ໃຫ້ບັນລຸຕາມຈຸດ  ໝາຍທີ່ພັກເຮົາໄດ້ກໍານົດໄວ, ທຸກສິ່ງທຸກຢ່າງເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ.

- 5 - ຢຶດໝັ້ນ ແລະ ເດີນຕາມອຸດົມການຂອງພັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!